ສ.ເກົາຫຼີ ​ເນັ້ນ​ໜັກ​ເຖິງຄວາມ​ສຳ​ຄັນ​ຂອງ ອາ​ຊຽນ​ໃນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ເຖິງ​ທາງ​ທິດ​ໃຕ້​ໃໝ່

Chia sẻ
(VOVWORLD) -ວັນທີ 12 ພະຈິກ, ທ່ານ Moon Jea-in ປະທານາທໍດີ ສ.ເກົາຫຼີ ເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມຂັ້ນສູງສອງຄັ້ງຈະມາເຖິງລະຫວ່າງ ປະເທດນີ້ ແລະ ບັນດາປະເທດພາກພື້ນຕາເວັນອອກສ່ຽງໃຕ້ ໃນນະໂບບາຍມຸ່ງໄປເຖິງທາງທິດໃຕ້ໃໝ່ຂອງທ່ານ Moon Jea-in.
ສ.ເກົາຫຼີ ​ເນັ້ນ​ໜັກ​ເຖິງຄວາມ​ສຳ​ຄັນ​ຂອງ ອາ​ຊຽນ​ໃນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ເຖິງ​ທາງ​ທິດ​ໃຕ້​ໃໝ່ - ảnh 1ລົດໄຟສັນຕິພາບ ອາຊຽນ - ສ.ເກົາຫຼີ (ພາບ: TTXVN) 

ທີ່ກອງປະຊຸມຄະນະລັດຖະບານທີ່ໄດ້ຈັດຕັ້ງຢູ່ Busan, ການນຳ ສ.ເກົາຫຼີ ໃຫ້ຮູ້ວ່າກອງປະຊຸມຂັ້ນສູງພິເສດ ອາຊຽນ - ສ.ເກົາຫຼີ ຄາດວ່າຈະດຳເນີນໃນລະຫວ່າງວັນທີ 25 – 26 ພະຈິກ ແມ່ນກອງປະຊຸມຂັ້ນສູງຫຼາຍຝ່າຍໃຫຍ່ທີ່ສຸດທີ່ໄດ້ຈັດຕັ້ງຢູ່ປະເທດອາຊີຕາເວັນອອກສ່ຽງເໜືອນີ້ໃນອາຍຸການຂອງທ່ານ Moon Jea-in . ທ່ານ Moon Jea-in ຖືວ່ານີ້ຈະແມ່ນເຫດການການຕ່າງປະເທດທີ່ຍິ່ງໃຫຍ່ເພື່ອຄວາມວັດທະນາຖາວອນຂອງ ສ.ເກົາຫຼີ ແລະ ອາຊຽນ.

ພ້ອມກັບກອງປະຊຸມຂັ້ນສູງພິເສດອາຊຽນ - ສ.ເກົາຫຼີ, ກອງປະຊຸມຂັ້ນສູງ ແມ່ນ້ຳຂອງ (ລວມມີ 5 ປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ) ແລະ ສ.ເກົາຫຼີຈະໄດ້ຈັດຕັ້ງໃນວັນທີ 27 ພະຈິກ.

ຕອບກັບ