ສໍາຜັດກັບບັນດາຮູບແບບດໍາເນີນທຸລະກິດໃໝ່ໂດຍໄວ

Chia sẻ
(VOVWORLD) -ທາດແທ້ຂອງ P2P Lending ແມ່ນຮູບແບບດໍາເນີນທຸລະກິດໃໝ່, ການບໍລິການໄດ້ປະດິດຄິດສ້າງບົນພື້ນຖານເຕັກໂນໂລຢີດີຈີຕອນ ເຊື່ອມຕໍ່ໂດຍກົງກັບ ຜູ້ກູ້ຢືມທຶນກັບຜູ້ໃຫ້ກູ້ຢືມທຶນ (ນັກລົງທຶນ) ເຊິ່ງບໍ່ຜ່ານຂອດກາງ

ຕອນບ່າຍວັນທີ 6 ມີນາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບຟັງທະນາຄານແຫ່ງລັດຫວຽດນາມ ລາຍງານກ່ຽວກັບການເຄື່ອນໄຫວໃຫ້ກູ້ຢືມແບບ P2P Lending.

ສໍາຜັດກັບບັນດາຮູບແບບດໍາເນີນທຸລະກິດໃໝ່ໂດຍໄວ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ 

ທາດແທ້ຂອງ P2P Lending ແມ່ນຮູບແບບດໍາເນີນທຸລະກິດໃໝ່, ການບໍລິການໄດ້ປະດິດຄິດສ້າງບົນພື້ນຖານເຕັກໂນໂລຢີດີຈີຕອນ ເຊື່ອມຕໍ່ໂດຍກົງກັບ ຜູ້ກູ້ຢືມທຶນກັບຜູ້ໃຫ້ກູ້ຢືມທຶນ (ນັກລົງທຶນ) ເຊິ່ງບໍ່ຜ່ານຂອດກາງ. ຕາມນັ້ນແລ້ວ, “ບໍລີສັດ P2P Lending” ໄດ້ສະໜອງການທຸລະກໍາຜ່ານເຄືອຂ່າຍອິນເຕີເນັດ (Platform) ເພື່ອໃຫ້ຜູ້ກູ້ຢືມທຶນ ເຊື່ອມຕໍ່ ແລະ ກູ້ຢືມໂດຍກົງກັບຜູ້ໃຫ້ກູ້ຢືມ. ການທຸລະກໍາທັງໝົດ ຈະໄດ້ຮັບຮູ້ ແລະ ບັນທຶກໄວ້ດ້ວຍລະດົບດີຈີຕອນ.

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ຮ່າງຂໍ້ຕົກລົງ ໄດ້ສະແດງໃຫ້ເຫັນທັດສະນະຂອງລັດ ແມ່ນຫ້າມ ແລະຈະລົງວິໄນບັນດາການກະທໍາທີ່ສວຍໃຊ້ຮູບແບບດໍາເນີນທຸລະກິດນີ້, ການກະທໍາລະເມີດກົດໝາຍ ວ່າດ້ວຍບັນດາອົງການສິນເຊື່ອ ປີ 2010 ຢ່າງເຂັ້ມງວດ.


ຕອບກັບ