ສານອວຍພອນນາຍົກລັດຖະມົນຕີ ລາຊະອານາຈັກໄທ

Chia sẻ
(VOVWORLD) -ທ່ານ ປາຢຸດ ຈັນໂອຊາ ໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່່ງເປັນນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ໄທ ຈາກສະພາແຫ່ງຊາດ

        ເນື່ອງໃນໂອກາດທ່ານ ປາຢຸດ ຈັນໂອຊາ ໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່່ງເປັນນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ໄທ ຈາກສະພາແຫ່ງຊາດ, ວັນທີ 6 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນເຖິງທ່ານ ນາຍົກລັດຖະມົນຕີ ໄທ ປາຢຸດ  ຈັນໂອຊາ.

        ໃນສານດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ ຈະສືບຕໍ່ມີບັນດາການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນກິດຈະການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ, ນໍາ ປະເທດໄທກາຍເປັນລາຊະອານາຈັກ ແຫ່ງສັນຕິພາບ, ພັດທະນາ ແລະ ມີທີ່ຕັ້ງນັບມື້ນັບສູງຂຶ້ນໃນ ອາຊຽນ, ພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຈະສືບຕໍ່ຮ່ວມມືກັບທ່ານນາຍົກລັດຖະມົນຕີໄທ ປາຢຸດ ຈັນໂອຊາ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ໄທ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ຕອບກັບ