ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້ສັດ​ຕະ​ຍາ​ບັນ ​ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເປັນ​ກຳ​ມະ​ການ​ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 22 ພຶດສະພາ, ຢູ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV, ສະພາແຫ່ງຊາດໄດ້ພິຈາລະນາ, ໃຫ້ສັດຕະຍາບັນ ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນກຳມະການສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້ສັດ​ຕະ​ຍາ​ບັນ ​ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເປັນ​ກຳ​ມະ​ການ​ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ - ảnh 1ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ (ພາບ: VOV)

ສະພາແຫ່ງຊາດໄດ້ຮັບຟັງ ທ່ານປະທານປະເທດ ຫວຽດນາມ ໂຕເລິມ ສະເໜີ ກ່ຽວກັບການສະເໜີໃຫ້ສັດຕະຍາບັນ ກຳມະການ ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ຫຼັງຈາກນັ້ນ, ສະພາແຫ່ງຊາດໄດ້ປ່ອນບັດປິດລັບ ໃຫ້ສັດຕະຍາບັນ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ເປັນ ກຳມະການສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.

ສະພາແຫ່ງຊາດ ໄດ້ລົງປະຊາມະຕິ ຮັບຮອງເອົາ ມະຕິໃຫ້ສັດຕະຍາບັນການສະເໜີຂອງທ່ານປະທານປະເທດ ວ່າດ້ວຍ ກຳມະການສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບສຳລັບ ທ່ານ ເຈິ່ນແທັງເໝິນ ດ້ວຍຮູບແບບ ແລະກໍ່ໃນຕອນເຊົ້າວັນທີ 22 ພຶດສະພາ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິ ໃຫ້ສັດຕະຍາບັນ ພົ້ນຕຳແໜ່ງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຕໍ່ທ່ານ ໂຕເລິມ ເຊິ່ງເປັນຜູ້ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ອາຍຸການ 2021-2026.

ຕອບກັບ