ການ​ໂອ້​ລົມ​ສົ​ນ​ທະ​ນາ “ປະ​ທານ​ ໂຮ່​ຈີ​ມິນ - ສັນ​ຍາ​ລັກ ກ່ຽວ​ກັບ​ສັນ​ຕິ​ພາບ ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ໂລກ” ຢູ່ ອີ​ຕາ​ລີ

Chia sẻ
(VOVWORLD) - ທ່ານ Mauro Alboresi ເລຂາທິການໃຫຍ່ ພັກກອມມູນິດ ອີຕາລີ ຖືວ່າ ແນວຄິດໂຮ່ຈີມິນ ໄດ້ກາຍເປັນບ່ອນອີງ ໃຫ້ທຸກຂະບວນການກອມມູນິດ ສາກົນ, ໃນນັ້ນ ມີອີຕາລີ.
ການ​ໂອ້​ລົມ​ສົ​ນ​ທະ​ນາ “ປະ​ທານ​ ໂຮ່​ຈີ​ມິນ - ສັນ​ຍາ​ລັກ ກ່ຽວ​ກັບ​ສັນ​ຕິ​ພາບ ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ໂລກ” ຢູ່ ອີ​ຕາ​ລີ - ảnh 1ການໂອ້ລົມສົນທະນາ “ປະທານ ໂຮ່ຈີມິນ - ສັນຍາລັກ ກ່ຽວກັບສັນຕິພາບ ຂອງປະຊາຊົນ ຫວຽດນາມ ແລະ ໂລກ” (ພາບ:  TTXVN)

ວັນທີ 21 ພຶດສະພາ, ຢູ່ ກຸງໂຣມ (ອີຕາລີ), ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ໄດ້ສົມທົບກັບສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ຈັດການໂອ້ລົມສົນທະນາ “ປະທານ ໂຮ່ຈີມິນ - ສັນຍາລັກ ກ່ຽວກັບສັນຕິພາບ ຂອງປະຊາຊົນ ຫວຽດນາມ ແລະ ໂລກ” ພາຍໃຕ້ຮູບແບບເຊິ່ງໜ້າ ແລະ ທາງໄກ. ເຫດການໄດ້ດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2024).

ທີ່ການໂອ້ລົມສົນທະນາ, ທ່ານ Mauro Alboresi ເລຂາທິການໃຫຍ່ ພັກກອມມູນິດ ອີຕາລີ ຖືວ່າ ແນວຄິດໂຮ່ຈີມິນ ໄດ້ກາຍເປັນບ່ອນອີງ ໃຫ້ທຸກຂະບວນການກອມມູນິດ ສາກົນ, ໃນນັ້ນ ມີອີຕາລີ. ໃນຂະນະນັ້ນ ທ່ານ Francesco Maringiò ຮອງປະທານກອງທຶນ ອີຕາລີ - ຫວຽດນາມ ໄດ້ສະເໜີບົດປະກອບຄຳເຫັນກ່ຽວກັບພື້ນຖານທີ່ມີລັກສະນະຕັດສິນຊີ້ຂາດຂອງ ປະທານໂຮ່ຈີມິນ ຕໍ່ບັນຫາເຊື່ອມໂຍງເຂົ້າກັບສາກົນ ຂອງ ຫວຽດນາມ. ຕາມທ່ານແລ້ວ, ຄຳສະຫຼຸບໃນ ພິໄນກຳຂອງ ປະທານໂຮ່ຈີມິນ ກ່ຽວກັບ ການ “ປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດແຫ່ງການປະຕິວັດ ໂລກ “ໄດ້ບັນຈຸ ທຸກໆຈຸດພື້ນຖານຂອງວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ ຢ່າງສຳເລັດຜົນຂອງ ຫວຽດນາມ ໃນ 40 ປີຜ່ານມາ.

ຕອບກັບ