ສະມາຊິກສະພາແຫ່ງຊາດຍິງ ຂອງ ຫວຽດນາມ ແລະ ລາວ ເຮັດວຽກກັບແຂວງກວາງນາມ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 08 ສິງຫາ, ຢູ່ນະຄອນຕາມກີ່,  ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ນຳໜ້າຄະນະສະມາຊິກສະພາແຫ່ງຊາດຍິງ ຫວຽດນາມ ແລະ ທ່ານນາງ ສີໄສ ລືເດດມູນສອນ, ຮອງປະທານສະພາແຫ່ງຊາດ ລາວ, ນຳໜ້າຄະນະສະມາຊິກສະພາແຫ່ງຊາດຍິງ ລາວ

ສະມາຊິກສະພາແຫ່ງຊາດຍິງ ຂອງ ຫວຽດນາມ ແລະ ລາວ ເຮັດວຽກກັບແຂວງກວາງນາມ - ảnh 1 (ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ)

ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງກວາງນາມ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ໄດ້ຕີລາຄາສູງຕໍ່ການພັດທະນາຫຼາຍດ້ານຂອງ ແຂວງກວາງນາມ, ທ້ອງຖິ່ນໄດ້ປະຕິບັດວຽກງານເຂດຊາຍແດນ ເປັນຢ່າງດີ, ຜັນຂະຫຍາຍຫຼາຍໂຄງການແຮກສ່ຽວ, ຊ່ວຍເຫຼືອບັນດາທ້ອງຖິ່ນຂອງລາວ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ ລະຫວ່າງ 2 ປະເທດ ຫວຽດນາມ - ລາວ.

        “ກວາງນາມແມ່ນໜຶ່ງໃນບັນດາຈຸດເດັ່ນປະຕິບັດວຽກງານການຕ່າງປະເທດ ແລະ ການປະຕິບັດວຽກງານເຂດຊາຍແດນກັບ ລາວ ເປັນຢ່າງດີ. ນີ້ແມ່ນໜຶ່ງໃນບັນດາຈຸດສຸມຊຶ່ງຫຼາຍແຂວງຊາຍແດນແຫ່ງຊາດຂອງຫວຽດນາມ ຄວນຖອດຖອນບົດຮຽນ. ພິສູດໃຫ້ເຫັນວ່າ ນັ້ນແມ່ນການຮ່ວມມືຮອບດ້ານແບບພິເສດລະຫວ່າງ ແຂວງກວາງນາມ ກັບ ແຂວງເຊກອງ ແລະ ແຂວງຈຳປາສັກ, ບັນດາສະຫາຍຍັງໄດ້ຊ່ວຍເຫຼືອຫຼາຍແຂວງອື່ນໆຄື: ວຽງຈັນ, ຄຳມ່ວນ. ເຖິງວ່າຍັງມີຫຼາຍບັນຫາຫຍຸ້ງຍາກ ແຕ່ແຂວງກວາງນາມໄດ້ປະຕິບັດວຽກງານເຂດຊາຍແດນ ເປັນຢ່າງດີ, ວຽກງານຊົນເຜົ່າ ແລະ ສາສະໜາ. ແຂວງກວາງນາມ ແມ່ນໜຶ່ງໃນບັນດາແຂວງທີ່ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຄື່ຶອນໄຫວສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ.

ຕອບກັບ