ສະ​ມາ​ຊິກສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່​າດ້ວຍ​ທະ​ເລ​ປີ 1982 ຢັ້ງ​ຢືນ​ຊຸກ​ຍູ້​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື

Chia sẻ
(VOVWORLD) -    ວັນທີ 12 ມິຖຸນາ, ຢູ່ສໍານັກງານ ສປຊ (ນິວຢອກ), ອາເມລິກາ, ກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ຄັ້ງທີ 33 (SPLOS 33) ໄດ້ໄຂຂຶ້ນດ້ວຍການເຂົ້າຮ່ວມຂອງ 169 ປະເທດສະມາຊິກ.
 
ສະ​ມາ​ຊິກສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່​າດ້ວຍ​ທະ​ເລ​ປີ 1982 ຢັ້ງ​ຢືນ​ຊຸກ​ຍູ້​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ງານພົບປະສັງສັນ (ພາບ: TTXVN)

ກອງປະຊຸມໄດ້ເລືອກຕັ້ງທ່ານ Cornel Feruta, ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າ ຣູມານີ ປະຈຳ ສປຊ, ເປັນປະທານກອງປະຊຸມ. ກອງປະຊຸມໄດ້ພິຈາລະນາສະພາບການປະຕິບັດ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ໃນປີຜ່ານມາ, ກໍຄືລາຍການເຄື່ອນໄຫວຂອງສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ, ຄະນະກຳມະການເສັ້ນຂີດຂັ້ນໄຫຼ່ທະວີບ, ອົງການສິດອຳນາດສາກົນພື້ນມະຫາສະໝຸດ ແລະ ເລືອກຕັ້ງບາງຜູ້ພິພາກສາ ສານສາກົນ ກ່ຽວກັບກົດໝາຍວ່າດ້ວຍທະເລ. ກອງປະຊຸມດັ່ງກ່າວຈະດຳເນີນຮອດວັນທີ 16 ມິຖຸນາ ຈຶ່ງອັດລົງ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ເປັນປະທານງານພົບປະສັງສັນປະຈຳປີ ບັນດາປະເທດສະຊິກກຸ່ມເພື່ອນມິດ UNCLOS 1982, ພ້ອມທັງສະເຫຼີມສະຫຼອງວັນສ້າງຕັ້ງກຸ່ມ ຄົບຮອບ 2 ປີ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ພ້ອມກັນເຂົ້າຮ່ວມຄວາມມານະພະຍາຍາມລວມ ເພື່ອປະກອບສ່ວນແກ່ໄຂບັນດາສິ່ງທ້າທາຍກ່ຽວກັບທະເລ ແລະ ມະຫາສະໝຸດ ພວມວາງອອກໃນປັດຈຸບັນ, ປະຕິບັດສຳເລັດເປົ້າໝາຍ ທີ 14 ກ່ຽວກັບການພັດທະນາແບບຍືນຍົງ. ທ່ານກໍເນັ້ນໜັກວ່າ ທາງກຸ່ມ ຈະສືບຕໍ່ຊຸກຍູ້ການເຈລະຈາ ແລະ ການຮ່ວມມືຫຼາຍຝ່າຍໃນການປະຕິບັດ ແລະ ປົກປ້ອງລັກສະນະທົ່ວເຖິງ ຂອງ UNCLOS 1982, ຢັ້ງຢືນຄືນໃໝ່ວ່າ UNCLOS 1982 ແມ່ນກອບນິຕິກຳຮອບດ້ານ, ດັດປັບທຸກການເຄື່ອນໄຫວທີ່ກ່ຽວຂ້ອງເຖິງທະເລ ແລະ ມະຫາສະໝຸດ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ