ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​​ຮ່ວມ​ມື​

Chia sẻ
(VOVWORLD) -ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ແລະ ກຳມາທິການການຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານຂອງສະພາແຫ່ງຊາດ ກຳປູເຈຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມປຶກສາຫາລືລະຫວ່າງ 3 ອົງການ ໃນວັນທີ 18 ຕຸລາ ຢູ່ແຂວງ ລ່າວກາຍ ປະເທດ ຫວຽດນາມ.   
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​​ຮ່ວມ​ມື​ - ảnh 1 ຫົວໜ້າກຳມາທິການການຕ່າງປະເທດ 3 ທ່ານ ໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ກະກຽມກອງປະຊຸມຄັ້ງທຳອິດລະຫວ່າງສະພາແຫ່ງຊາດ 3 ປະເທດ  (ພາບ:TTXVN)

ກອງປະຊຸມແມ່ນການເຄື່ອນໄຫວຮ່ວມມືທຳອິດ ລະຫວ່າງ ສາມກຳມາທິການການຕ່າງປະເທດ ຂອງ ສະພາແຫ່ງຊາດ 3 ປະເທດ ກຳປູເຈຍ, ລາວ, ຫວຽດນາມ ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້ນປະທານສະພາແຫ່ງຊາດລະຫວ່າງ 3 ປະເທດ ກຳປູເຈຍ, ລາວ ແລະ ຫວຽດນາມ (CLV) ເຊິ່ງຄາດວ່າຈະຈັດຂຶ້ນໃນປີ 2023.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງຂັ້ນຕອນ ລະບຽບການຈັດກອງປະຊຸມຂັ້ນປະທານສະພາແຫ່ງຊາດ ກຳປູເຈຍ, ລາວ, ຫວຽດນາມ ເພື່ອເພີ່ມທະວີ ແລະ ປັບປຸງການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບຍືນຍົງ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ 3 ປະເທດ, ແນໃສ່ພັດທະນາເສດຖະກິດ - ສັງຄົມ ເພື່ອວັດທະນາຖາວອນຂອງບັນດາປະເທດ; ຊຸກຍູ້ ແລະ ຕິດຕາມກວດກາການປະຕິບັດຂໍ້ຕົກລົງ, ແຜນການດຳເນີນງານ ແລະ ໂຄງການຮ່ວມມືຕ່າງໆທີ່ລັດຖະບານ 3 ປະເທດ ໄດ້ອະນຸມັດຜ່ານ; ເພີ່ມທະວີການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານ, ບົດຮຽນປະສົບການ, ພຶດຕິກຳຕົວຈິງກ່ຽວກັບບົດບາດ ແລະ ໜ້າທີ່ນິຕິບັນຍັດຂອງສະພາແຫ່ງຊາດ 3 ປະເທດ; ລະດົມແຫຼ່ງທຶນ ແລະ ຈັດແບ່ງງົບປະມານຈາກຄູ່ຮ່ວມມື ທີ່ຢູ່ພາຍໃນ ແລະ ນອກຂົງເຂດຂອງສາມປະເທດ ກຳປູເຈຍ, ລາວ, ຫວຽດນາມ ເພື່ອປະຕິບັດບັນດາລາຍການ ແລະ ໂຄງການໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ…

        ຫົວໜ້າກຳມາທິການການຕ່າງປະເທດ 3 ທ່ານ ໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ກະກຽມກອງປະຊຸມຄັ້ງທຳອິດລະຫວ່າງສະພາແຫ່ງຊາດ 3 ປະເທດ ໂດຍປະທານສະພາແຫ່ງຊາດຂອງສາມປະເທດເປັນປະທານຮ່ວມໃຫ້ເປັນຢ່າງດີ; ຮັບປະກັນເນື້ອໃນໃຫ້ແທດຈິງ, ມີປະສິດທິຜົນ, ຕິດແທດກັບຈຸດໃຈກາງຂອງເນື້ອໃນການຮ່ວມມືລະຫວ່າງສາມປະເທດ, ສາມສະພາແຫ່ງຊາດ.

ຕອບກັບ