ສະພາສິດທິມະນຸດສະຫະປະຊາຊາດໄດ້ຮັບຮອງເອົາຜົນຂອງບົດລາຍງານ UPR ຂອງຫວຽດນາມ ຮອບວຽນທີ IV

Chia sẻ
(VOVWORLD) -ວັນທີ 27 ກັນຍາ, ຢູ່ນະຄອນເຊີແນວ  ປະເທດສະວິດ, ໃນຂອບເຂດກອງປະຊຸມສະໄໝ ສາມັນເທື່ອທີ 57, ສະພາສິດທິມະນຸດ ສະຫະ ປະຊາຊາດ ໄດ້ຮັບຮອງເອົາຜົນຂອງການ ທົບທວນ ປະຈຳໄລຍະ (UPR) ຮອບວຽນທີ IV ໃຫ້ແກ່ ຫວຽດນາມ.
ສະພາສິດທິມະນຸດສະຫະປະຊາຊາດໄດ້ຮັບຮອງເອົາຜົນຂອງບົດລາຍງານ UPR ຂອງຫວຽດນາມ ຮອບວຽນທີ IV - ảnh 1. ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ້ຫວຽດຮຸ່ງ (ຜູ້ທີສາມນັບຈາກຊ້າຍ) ແລະ ຄະນະຜູ້ແທນຫວຽດນາມ

    ແຈ້ງໃຫ້ສະພາສິດທິມະນຸດຊາບກ່ຽວກັບການຕັດສິນຮັບຮອງ 271 ຂໍ້ສະເໜີແນະໃນຈຳນວນ 320 ຂໍ້ສະເໜີແນະຂອງບັນດາປະເທດ ທີ່ຍົກອອກມາໃນກອງປະຊຸມສົນທະນາກ່ຽວກັບບົດລາຍງານແຫ່ງຊາດໃນເດືອນ 5/2024, ບັນລຸອັດຕາ 84,7%, ສູງສຸດໃນ 4 ຮອບວຽນ, ຫວຽດນາມ ຢືນຢັນຄືນໃໝ່ຄຳໝັ້ນສັນຍາ ແລະ ນະໂຍບາຍສະເໝີຕົ້ນສະເໝີປາຍ ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ແລະ ການຖືເປັນສຳຄັນກົນໄກ UPR ແລະ ສະພາສິດທິມະນຸດ. ຄາດວ່າມີແຜນສັງລວມເພື່ອ ປະຕິບັດຂໍ້ສະເໜີແນະດັ່ງກ່າວຈະໄດ້ຮັບການສ້າງຂຶ້ນແລະ ຜັນຂະຫຍາຍໂດຍມີການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງຢ່າງຄົບຖ້ວນ ບົນຈິດໃຈສົນທະນາ ແລະ ຮ່ວມມື. ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ້ຫວຽດຮຸ່ງ ຢືນຢັນວ່າ ຫວຽດນາມ ສືບຕໍ່ເພີ່ມທະວີບັນດາຂອບເຂດກົດໝາຍກ່ຽວກັບສິດທິມະນຸດ, ຮັບຮອງເອົາ, ປະກາດໃຊ້ ແລະ ປັບປຸງບັນດາເອກະສານນິຕິກຳສຳຄັນຈຳນວນໜຶ່ງກ່ຽວກັບສິດທິມະນຸດ ແລະ ສິດພົນລະເມືອງ. ທ່ານຮອງລັດຖະມົນຕີ ໂດ້ຫວຽດນາຮຸ່ງ ກໍ່ແບ່ງປັນກ່ຽວກັບແຜນນະໂຍບາຍອະໄພຍະໂທດປີ 2024 ໃຫ້ແກ່ນັກໂທດນັບພັນຄົນ, ສ້າງເງື່ອນໄຂເພື່ອໃຫ້ເຂົາເຈົ້າກັບຄືນສູ່ການດຳລົງຊີວິດໃນສັງຄົມ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວົງຄະນະຍາດ.

    ໃນຕອນທ້າຍຂອງກອງປະຊຸມ, ສະພາ ສິດທິມະນຸດ ໄດ້ຕົກລົງເປັນເອກະສັນຮັບຮອງເອົາ ຜົນຂອງບົດລາຍງານ UPR ຮອບວຽນທີ IV ຂອງຫວຽດນາມ, ເປັນຂີດໝາຍການສໍາເລັດ ການທົບທວນຮອບວຽນທີ IV ທີ່ກ່ຽວຂ້ອງເຖິງ ການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຂອງ ຫວຽດນາມ ແລະ ກ້າວເຂົ້າສູ່ໄລຍະປະຕິບັດບັນດາ ຂໍ້ສະເໜີແນະ.

ຕອບກັບ