ສະຖານທູດຫວຽດນາມປະຈຳAlgeriaເພີ່ມທະວີວຽກງານປະຊາຄົມ

Chia sẻ
ທີ່ສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ Angiers, Algeria, ​ໄດ້​ດຳ​ເນີນ​ງານ​ພົບປະ​ກັບ​ຊາວ ຫວຽດນາມ ທີ່​ພວມ​ອາ​ໄສ ​ແລະ ​ເຮັດ​ວຽກຢູ່ Algeria
ສະຖານທູດຫວຽດນາມປະຈຳAlgeriaເພີ່ມທະວີວຽກງານປະຊາຄົມ - ảnh 1
ພາບປະກອບ

(vovworld) - ວັນ​ທີ 16/1, ທີ່ສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ Angiers, Algeria, ​ໄດ້​ດຳ​ເນີນ​ງານ​ພົບປະ​ກັບ​ຊາວ ຫວຽດນາມ ທີ່​ພວມ​ອາ​ໄສ ​ແລະ ​ເຮັດ​ວຽກຢູ່ Algeria. ທ່ານ​ເອກ​ອັກຄະ​ລັດ​ຖະທູດ ຫວູ້​ເທ໋ຮຽບ ນັ້ນໜັກ​ເຖີງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ Algeria. ທ່ານ​ເອກ​ອັກຄະ​ລັດ​ຖະທູດຕີ​ລາຄາ​ວ່າ : ​ເຖີງວ່າ​​ຈຳນວນຊາວ ຫວຽດນາມ​ ອາ​ໄສ​ຢູ່ Algeria ​ບໍ່ຫຼາຍ, ​ແຕ່​ວ່າ​ແຕ່ລະຄົນ​ຈະ​ເປັນ​ຂົວ​ຕໍ່​ມິດຕະພາບ​ປະກອບສ່ວນ​ໂຄສະນາ​ກ່ຽວກັບປະ​ເທດ​ຊາດ, ວັດທະນະທຳ ​ແລະ ປະຊາຊົນ ຫວຽດນາມ ທີ່ Algeria. ທ່ານ​ເອກ​ອັກຄະ​ລັດ​ຖະທູດ ຫວູ້​ເທ໋ຮຽບ ປາດ​ຖະໜາວ່າ​ປະຊາ​ຄົມ​ຊາວ ຫວຽດນາມ​ຍາມ​ໃດ​ກໍ່​​ເສີມຂະຫຍາຍມູນ​ເຊຶ້ອ, ຮັກ​ແພງຊ່ວຍ​ເ​ຫຼືອ​ເຊິ່ງ​ກັນ ​ແລະ ກັນ, ປົກ​ປັກ​ຮັກສາສີສັນຊາດ ​ແລະ ພາສາ ຫວຽດ,​ ​ເອົາ​ໃຈ​ໃສ່​​ເຖິງການ​ສຶກສາ​ໃຫ້​ຊາວ ຫວຽດນາມ ຮຸ່ນຫຼັງອວ່າຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ. ທ່ານ​ເອກ​ອັກຄະ​ລັດ​ຖະທູດສະ​ເໜີຊາວ ຫວຽດນາມ ອາ​ໄສ​ຢູ່ Algeria ຊ່ວຍ​ເຫຼືອບັນດາ​ວິ​ສາ​ຫະກິດ ຫວຽດນາມ ທີ່​ພວມ​ດຳ​ເນີນ​ທຸລະ​ກິດ​ຢູ່ Algeria ​ເພື່ອ​ປະກອບ​ສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງປະ​ເທດ ຫວຽດນາມ - Algeria.