ພາບ:Bangkok Post |
ບົດວິເຄາະ “ໄທ ແລະ ຫວຽດນາມ ພ້ອມກັນພັດທະນາຢ່າງເຂັ້ມແຂງກວ່າ” ຊື່ງໄດ້ລົງພິມໃນຫນັງສືພິມ Bangkok Post ໄດ້ທົບທວນຄືນປະຫວັດສາດແຫ່ງການພົວພັນຂອງສອງປະເທດບ້ານໃກ້ເຮືອນຄຽງແຕ່ສະໄຫມກ່ອນນີ້ມາຮອດປະຈຸບັນ. ບົດວິເຄາະກໍຖືວ່າ ຢູ່ ໃນລະດັບພາກພື້ນ, ຫວຽດນາມ ແລະໄທ ສອງປະເທດໄດ້ຊ່ວຍຍົກລະດັບເສດຖະກິດພາກພື້ນ ແລະ ສ້າງສະຖຽນລະພາບ ແລະ ຄວາມສະເຫມີພາບທາງສັງຄົມໃຫ້ທົ່ວອະນຸພາກພື້ນແມ່ນ້ຳຂອງ. ການພົວພັນສອງຝ່າຍປະຈຸບັນ ໄດ້ກ້າວເຂົ້າສູ່ລະດັບໃຫມ່ ດ້ວຍບັນດາເນື້ອໃນຍຸດທະສາດ ແລະ ເສດຖະກິດເລິກເຊິ່ງກວ່າ ແລະ ການຢ້ຽມຢາມໄທຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນກາລະໂອກາດເພື່ອໃຫ້ສອງປະເທດເຮັດໃຫ້ ການພົວພັນສອງຝ່າຍຍິ່ງມີຄວາມສະຫນິດຕິດພັນກວ່າ.