ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ປີ​ການ​ເງິນ, ເງິ​ນ​ຕາ, ຕະຫຼາດ​ຄຳ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ເຖິງວ່າສະພາບການໂລກມີການຜັນແປທີ່ສັບສົນ, ແຕ່ພາຍໃນປະເທດ ເສດຖະກິດຍັງສືບຕໍ່ໄດ້ຮັບການຮັກສາເປັນປົກກະຕິ, ໄພເງິນເຟີ້ ໄດ້ຮັບການຄວບຄຸມ,ເສດຖະກິດການເຕີບໂຕດີພໍສົມຄວນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ປີ​ການ​ເງິນ, ເງິ​ນ​ຕາ, ຕະຫຼາດ​ຄຳ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນຄ່ຳວັນທີ 16 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງກ່ຽວກັບການບໍລິຫານນະໂຍບາຍປີການເງິນ, ເງິນຕາ ເພື່ອແນໃສ່ສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ເຖິງວ່າສະພາບການໂລກມີການຜັນແປທີ່ສັບສົນ, ແຕ່ພາຍໃນປະເທດ ເສດຖະກິດຍັງສືບຕໍ່ໄດ້ຮັບການຮັກສາເປັນປົກກະຕິ, ໄພເງິນເຟີ້ ໄດ້ຮັບການຄວບຄຸມ,ເສດຖະກິດການເຕີບໂຕດີພໍສົມຄວນ; ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບການຮັບປະກັນ; ລາຍຈ່າຍງົບປະມານ, ໜິ້ສາທາລະນະ, ໜິ້ລັດຖະບານ ໄດ້ຮັບການຄວບຄຸມເປັນຢ່າງດີ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈປະຊາຊົນໄດ້ຮັບການຍົກສູງຂຶ້ນ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບໄດ້ຮັບການຮັບປະກັນ, ການເມືອງມີສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົມ ໄດ້ຮັບປະກັນ.

ທ່ານນາຍົກລັດຖະມົນຕີ ຊີ້ນຳສືບຕໍ່ຊຸກຍູ້ການລົງທຶນພາກລັດ; ສຸມໃສ່ແຫຼ່ງກຳລັງຈັດແບ່ງໃຫ້ແກ່ບັນດາໜ້າທີ່ສຳຄັນ, ຮີບດ່ວນຂອງລັດ, ບັນດາພື້ນຖານໂຄງລ່າງຈຸດສຸມແຫ່ງຊາດ; ລະດົມທຸກແຫຼ່ງກຳລັງສັງຄົມ, ຖືການລົງທຶນພາກສາທາລະນະນຳໜ້າໃນການລົງທຶນເຂົ້າບັນດາໂຄງການ, ກິດຈະກຳພື້ນຖານໂຄງລ່າງ; ສຸມທຶນໃຫ້ແກ່ບັນດາກຳລັງການເຕີບໂຕໃໝ່ຄື: ການຫັນປ່ຽນສີຂຽວ, ຫັນເປັນດີຈີຕອນ, ເຮືອນຢູ່ສັງຄົມ…

ຕອບກັບ