ແຜ່​ກະ​ຈາຍ​ນ້ຳ​ໃຈ, ການ​ກະ​ທຳ​ອັນ​ຈົບ​ງາມ​ໃນ​ການ​ເຄື່ອນ​ໄຫວ​ອ​າ​ສາ​ສະ​ໝັກບໍ​ລິ​ຈາກ​ເລືອດ

Chia sẻ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນບໍລິຈາກເລືອດສາກົນຄົບຮອບ 20 ປີ (ວັນທີ 14 ມິຖຸນາ 2004 – 14 ມິຖຸນາ 2024), ຕອນບ່າຍວັນທີ 14 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະກັບຜູ້ອາສາສະໝັກບໍລິຈາກເລືອດດີເດັ່ນທົ່ວປະເທດ.
ແຜ່​ກະ​ຈາຍ​ນ້ຳ​ໃຈ, ການ​ກະ​ທຳ​ອັນ​ຈົບ​ງາມ​ໃນ​ການ​ເຄື່ອນ​ໄຫວ​ອ​າ​ສາ​ສະ​ໝັກບໍ​ລິ​ຈາກ​ເລືອດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງບຸກຄົນທີ່ອາສາສະໝັກບໍລິຈາກເລືອດໃນທົ່ວປະເທດ. ທ່ານເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ເພື່ອສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນ, ລັກສະນະຍືນຍົງໃນການບໍລິຈາກເລືອດ, ຕ້ອງຍູ້ແຮງການໝູນໃຊ້ການຫັນເປັນດີຈີຕອນເຂົ້າໃນການຄຸ້ມຄອງການເຄື່ອນໄຫວບໍລິຈາກເລືອດ, ເຊື່ອມຕໍ່ຂໍ້ມູນ, ສ້າງຖານຂໍ້ມູນຜູ້ບໍລິຈາກເລືອດໃຫ້ເປັນເອກະພາບ, ເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ລະຫວ່າງສູນໂລຫິດສ້າງ ກັບໂຮງໝໍ. ທ່ານກ່າວວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາແບບຢ່າງບໍລິຈາກເລືອດດີເດັ່ນ ພ້ອມກັບຜູ້ອາສາສະໝັກບໍລິຈາກເລືອດນັບລ້ານຄົນໃນທົ່ວປະເທດຈະສືບຕໍ່ເສີມຂະຫຍາຍນ້ຳໃຈເມດຕາ, ເຊິ່ງເປັນມູນເຊື້ອຂອງຊາດ, ແບ່ງປັນຢອດເລືອດຂອງຕົນເພື່ອສັງຄົມ. ພ້ອມດຽວກັນນັ້ນ, ກໍແມ່ນກຳລັງຫຼັກແຫຼ່ງແກ່ນສານ, ເປັນຜູ້ໂຄສະນາທີ່ຕັ້ງໜ້າ, ພ້ອມກັນແຜ່ກະຈາຍນ້ຳໃຈ, ຄວາມໝາຍອັນຈົບງາມຂອງການເຄື່ອນໄຫວອາສາສະໝັກບໍລິຈາກເລືອດ”.

(ເລຕວຽດ)

         

ຕອບກັບ