ເປັນຄັ້ງທຳອິດ ຫວຽດນາມ ໄດ້ສະໝັກດຳລົງຕຳແໜ່ງຜູ້ພິພາກສາສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ

Chia sẻ
(VOVWORLD) - ກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “ນ້ຳທະເລຂຶ້ນສູງຢູ່ເຂດມະຫາສະໝຸດປາຊີຟິກ: ສະພາບຕົວຈິງ, ບັນດາບັນຫາດ້ານນິຕິກຳ ແລະ ການຕີລາຄາຈາກແງ່ມູມກົດໝາຍວ່າດ້ວຍທະເລ”
ເປັນຄັ້ງທຳອິດ ຫວຽດນາມ ໄດ້ສະໝັກດຳລົງຕຳແໜ່ງຜູ້ພິພາກສາສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ - ảnh 1ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິງຫວູ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ
(ພາບ: TTXVN)

        ໃນຂອບເຂດກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລຄັ້ງທີ 34, ຈັດຂຶ້ນແຕ່ວັນທີ 10 – 14 ມິຖຸນາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ, ໄດ້ເປັນປະທານກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “ນ້ຳທະເລຂຶ້ນສູງຢູ່ເຂດມະຫາສະໝຸດປາຊີຟິກ: ສະພາບຕົວຈິງ, ບັນດາບັນຫາດ້ານນິຕິກຳ ແລະ ການຕີລາຄາຈາກແງ່ມູມກົດໝາຍວ່າດ້ວຍທະເລ” ແລະ ການພົບປະປະຈຳປີຂອງກຸ່ມເພື່ອນມິດສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ມີຜູ້ແທນ, ນັກຊ່ຽວຊານກ່ຽວກັບກົດໝາຍວ່າດ້ວຍທະເລ, ນັກຮຽນຮູ້, ຜູ້ຕາງໜ້າອົງການສະຫະປະຊາຊາດຈຳນວນໜຶ່ງໂດຍປະມານ 100 ທ່ານ ທີ່ມາຈາກກວ່າ 60 ປະເທດເຂົ້າຮ່ວມກອງປະຊຸມສຳມະນາ.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານດ້ານນິຕິກຳຂອງ ຫວຽດນາມ ໄດ້ແບ່ງປັນການຕີລາຄາຈາກແງ່ມູມຂອງ ຫວຽດນາມ ເຊິ່ງແມ່ນປະເທດເຂດແຄມທະເລທີ່ຖືກຜົນສະທ້ອນຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີຄວາມສ່ຽງນ້ຳທະເລຂຶ້ນສູງ, ສະເໜີສືບຕໍ່ເຄົາລົບ, ປະຕິບັດບັນດາຂໍ້ກຳນົດຂອງ UNCLOS ຢ່າງຄົບຖ້ວນ ໃນວິວັດການແກ້ໄຂບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນ. ພ້ອມກັນນັ້ນ, ບັນດານັກຊ່ຽວຊານຂອງ ຫວຽດນາມ ກໍ່ຮຽກຮ້ອງການສະໜັບສະໜູນເລື່ອງຮັບປະກັນບັນດາເສັ້ນແບ່ງ, ເຂດຊາຍແດນທະເລທີ່ໄດ້ກຳນົດຈາກ ເສັ້ນແບ່ງກຳນົດ ແລະ ໝາກຜົນການຈັດແບ່ງເຂດທະເລ ທີ່ບັນດາປະເທດໄດ້ເປັນເອກະພາບນຳກັນຜ່ານການເຈລະຈາ ຫຼື ກຳນົດຕາມຄຳຕັດສິນຂອງອົງການອຳນາດສານສາກົນ ເພື່ອຮັກສາສະຖຽນລະພາບ ແລະ ຄວາມເປັນລະບຽບດ້ານນິຕິກຳທາງທະເລ.

        ເນື່ອງໃນໂອກາດນີ້, ຫວຽດນາມ ໄດ້ປະກາດເລື່ອງແນະນຳທ່ານຮອງສາດສະດາຈານ, ປະລິນຍາເອກ ນາງ ຫງວຽນທິລານແອັງ, ຫົວໜ້າສະຖາບັນທະເລຕາເວັນອອກ, ສະຖາບັນການຕ່າງປະເທດ, ຮັບສະໝັກເຂົ້າຕຳແໜ່ງຜູ້ພິພາກສາສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ (ITLOS) ອາຍຸການ 2026 – 2035.

ກຸ່ມເພື່ອນມິດແມ່ນຮູບແບບສົມທົບກັນບໍ່ເປັນທາງການ, ມີໄຫວພິບ, ເພື່ອເພີ່ມທະວີການຮ່ວມມືລະຫວ່າງປະເທດຈຳນວນໜຶ່ງມີຄວາມສົນໃຈລວມກ່ຽວກັບບັນຫາລະອຽດໃດໜຶ່ງຢູ່ສະຫະປະຊາຊາດ ແລະ ບັນດາເວທີປາໄສຫຼາຍຝ່າຍ. ກຸ່ມເພື່ອນມິດ UNCLOS ໂດຍ ຫວຽດນາມ ແລະ ເຢຍລະມັນ ເປັນປະເທດລິເລີ່ມ, ເປັນປະທານຮ່ວມ ສ້າງຕັ້ງຂຶ້ນໃນປີ 2021. ໃນໄລຍະຜ່ານມາ, ກຸ່ມໄດ້ຈັດການເຄື່ອນໄຫວຫຼາຍຢ່າ, ຄື: ກອງປະຊຸມສຳມະນາ, ການໂອ້ລົມສົນທະນາ, ການພົບປະປະຈຳໄລຍະເພື່ອແລກປ່ຽນ, ຊຸກຍູ້ການຮ່ວມມືໃນບັນດາບັນຫາກ່ຽວຂ້ອງເຖິງການປະຕິບັດ UNCLOS ແລະ ການຄຸ້ມຄອງ, ນຳໃຊ້ບັນດາມະຫາສະໝຸດ ແລະ ເຂດທະເລແບບຍືນຍົງເວົ້າລວມ.

ຕອບກັບ