ອິດສະຣາແອັນ ຖະແຫຼງຍົກເລີກສັນຍາການຄ້າເສລີກັບ ຕວັກກີ

Chia sẻ
(VOVWORLD) - ທ່ານລັດຖະມົນຕີກະຊວງການເງິນ ອິດສະຣາແອັນ ຖືວ່າ, ການກະທຳດັ່ງກ່າວຂອງ ຕວັກກີ ແມ່ນລະເມີດບັນດາສັນຍາການຄ້າສາກົນ.
ອິດສະຣາແອັນ ຖະແຫຼງຍົກເລີກສັນຍາການຄ້າເສລີກັບ ຕວັກກີ - ảnh 1ທ່ານລັດຖະມົນຕີການເງິນ ອິດສະຣາແອັນ Bezalel Smotrich
(ພາບ: AFP/TTXVN)

        ວັນທີ 16 ພຶດສະພາ, ທ່ານລັດຖະມົນຕີການເງິນ ອິດສະຣາແອັນ Bezalel Smotrich, ຖະແຫຼງວ່າ, ອິດສະຣາແອັນ ຈະຍົກເລີກສັນຍາການຄ້າເສລີກັບ ຕວັກກີ ແລະ ຈັດວາງພາສີ 100% ສຳລັບສິນຄ້າທີ່ນຳເຂົ້າຈາກ ຕວັກກີ, ເພື່ອໂຕ້ຕອບຂໍ້ຕົກລົງຂອງ ອານກາຣາ ທີ່ຢຸດຕິການສົ່ງອອກໄປຍັງ ອິດສະຣາແອັນ. ຂໍ້ຕົກລົງດັ່ງກ່າວໄດ້ຍື່ນສະເໜີຕໍ່ລັດຖະບານ ອິດສະຣາແອັນ ອະນຸມັດຜ່ານ ແລະ ຈະມີຜົນສັກສິດຮອດໝົດອາຍຸການຂອງທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan.

        ກ່ອນໜ້ານັ້ນ, ວັນທີ 02 ພຶດສະພາ, ທ່ານລັດຖະມົນຕີກະຊວງການຄ້າ ຕວັກກີ ແຈ້ງໃຫ້ຊາບວ່າ, ໄດ້ຢຸດຕິທຸກການເຄື່ອນໄຫວດ້ານການຄ້າກັບ ອິດສະຣາແອັນ ເພື່ອຄັດຄ້ານບັນດາການກະທຳດ້ານການທະຫານຂອງ ອິດສະຣາແອັນ ຢູ່ເຂດ ກາຊາ.

        ທ່ານລັດຖະມົນຕີກະຊວງການເງິນ ອິດສະຣາແອັນ ຖືວ່າ, ການກະທຳດັ່ງກ່າວຂອງ ຕວັກກີ ແມ່ນລະເມີດບັນດາສັນຍາການຄ້າສາກົນ.

ຕອບກັບ