ສື່ມວນຊົນສາກົນຕີລາຄາສູງຕໍ່ບັນດາກາລະໂອກາດທາງດ້ານເສດຖະກິດຂອງຫວຽດນາມ

Chia sẻ
(VOVWORLD) -ບັນດາການນຳຫວຽດນາມ ພວມສຸມໃສ່ດຶງດູດເງິນລົງທຶນຈາກຕ່າງປະເທດໃຫ້ຫຼາຍກວ່າ, ໃນສະພາບທີ່ປະເທດນີ້ໄດ້ກາຍເປັນ “ຕ່ອງໂສ້ທີ່ຈຳເປັນ” ໃນລະບົບສະໜອງທົ່ວໂລກ.
ສື່ມວນຊົນສາກົນຕີລາຄາສູງຕໍ່ບັນດາກາລະໂອກາດທາງດ້ານເສດຖະກິດຂອງຫວຽດນາມ - ảnh 1(ພາບປະກອບ: TTXVN)

ໜັງສືພິມ The Straits Times ຂອງສິງກະໂປ ສະບັບອອກວັນທີ 28 ມັງກອນ,  ໄດ້ລົງພິມບົດຂຽນຕີລາຄາວ່າ ປີ 2021 ຈະແມ່ນປີທີ່ ຫວຽດນາມ ມີກາລະໂອກາດຫຼາຍຢ່າງ. ບົດຂຽນໃຫ້ຮູ້ວ່າ, ພັກກອມມູນິດຫວຽດນາມ ພວມຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເພື່ອຄັດເລືອກບັນດາການນຳໃໝ່ ແລະ ວາງວິວັດທະນາການພັດທະນາຕໍ່ໄປຂອງປະເທດຊາດ ດ້ວຍບັນດາເງື່ອນໄຂສະດວກທີ່ສຸດ ຈາກບັນດາຜົນສຳເລັດຫວ່າງມໍ່ໆມານີ້.

        ໜັງສືພິມລາຍວັນການເງິນ Financial Review ຂອງອົດສະຕາລີ (AFR) ກໍ່ລົງພິມບົດຂຽນກ່ຽວກັບເຫດການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ບົດຂຽນໄດ້ຕີລາຄາສູງຄວາມສາມາດຄວບຄຸ້ມໂລກລະບາດໂຄວິດ-19 ໃນປີ 2020 ແລະ ໃຫ້ຮູ້ວ່າ, ການທ່ອງທ່ຽວ ແລະ ຊີວິດການເປັນຢູ່ຂອງຫວຽດນາມ ສ່ວນຫຼາຍແມ່ນໄດ້ກັບຄືນສູ່ເປັນປົກກະຕິແລ້ວ. ແລະກໍ່ຕາມ AFR ແລ້ວ, ບັນດາການນຳຫວຽດນາມ ພວມສຸມໃສ່ດຶງດູດເງິນລົງທຶນຈາກຕ່າງປະເທດໃຫ້ຫຼາຍກວ່າ, ໃນສະພາບທີ່ປະເທດນີ້ໄດ້ກາຍເປັນ “ຕ່ອງໂສ້ທີ່ຈຳເປັນ” ໃນລະບົບສະໜອງທົ່ວໂລກ.

ຕອບກັບ