ທີ່ການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ເຊິ່ງໄດ້ຈັດຕັ້ງຢູ່ ສິງກະໂປ ໃນເດືອນ ມິຖຸນາ 2018, ການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີເປັນເອກະພາບພ້ອມກັນຮ່ວມມືມຸ່ງໄປເຖິງການສ້າງແຫຼມ ເກົາຫຼີ ປອດນິວເຄຼຍໃຫ້ສຳເລັດ.
ການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN) |
ໃນຂະນະນັ້ນ, ວັນທີ 18 ພະຈິກ, ການນຳ ສປປ.ເກົາຫຼີ Kim Jong-un ໄດ້ລົງກວດກາບັນດາການຊ້ອມຮົບທາງອາກາດຄັ້ງທີ 2 ພາຍໃນເວລາ 3 ວັນ, ໃນຂະນະທີ່ ອາເມລິກາ ແລະ ສ.ເກົາຫຼີ ໄດ້ຕັດສິນໂຈະບັນດາການຊ້ອມຮົບທາງອາກາດຮ່ວມ ແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຈລະຈາປອດນິວເຄຼຍກັບ ພຽງຢາງ. ການນຳ Kim Jong-un ຢືນຢັນວ່າ ຄວາມຈຳເປັນຕ້ອງດຳເນີນການຊ້ອມຮົບບໍ່ປະຈຳໄລຍະໃນສະໜາມຮົບຈຳລອງ ແນໃສ່ຮັບປະກັນຄວາມກຽມພ້ອມສູ້ຮົບຂອງບັນດາກົມກອງທະຫານ ສປປ.ເກົາຫຼີ.
ກ່ອນໜ້ານັ້ນ, ວັນທີ 17 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກະຕຸກຊຸກຍູ້ການນຳ ສປປ.ເກົາຫຼີ Kim Jong-un ມີການກະທຳຢ່າງວ່ອງໄວ ເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງປະລະໂຄງການອາວຸດນິວເຄຼຍຂອງ ພຽງຢາງ. ໃນສື່ສັງຄົມອອນລາຍ Twitter, ທ່ານ Donald Trump ໄດ້ສະເໜີຄຳໝັ້ນໝາຍ “ພົບປະຄືນໃໝ່” ກັບການນຳ ສປປ.ເກົາຫຼີ.