ສປປ.ເກົາຫຼີ ຢືນຢັນການຍິງດາວທຽມ ບໍ່ນາບຂູ່ເຖິງພາກພື້ນ

Chia sẻ
ທ່ານ Paek Chung Ho ​ເວົ້າ​ວ່າ​ຍັງ​ບໍ່​ທັນ​ກຳນົດ​ເວລາ​ລະອຽດ​ໃຫ້​ແກ່​ການ​ຍິງ​ດາວ​ທຽມ ​ເຖິງ​ວ່າການ​ກະ​ກຽມພວມ​ໄດ້​ດຳ​ເນີນ.
ສປປ.ເກົາຫຼີ ຢືນຢັນການຍິງດາວທຽມ ບໍ່ນາບຂູ່ເຖິງພາກພື້ນ - ảnh 1
ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຂ່າວ​ຕ່າງປະ​ເທດ
( ພາບ: AFP )


( vovworld ) – ​ ວັນ​ທີ 10/4, ​ເຈົ້າ​ໜ້າ​ທີ່​ຂອງ​ຄະນະ​ກຳມະການ​ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ ສປປ.​ເກົາຫຼີ, ທ່ານ Paek Chung Ho ​ໄດ້​ຢືນຢັນ​ວ່າ ການ​ຍິງ​ດາວ​ທຽມ​ຂອງ​ປະ​ເທດ​ນີ້​ຈະ​ບໍ່​ສົ່ງ​ຜົນ​ຮ້າຍ​ເຖິງ​ບັນດາ​ປະ​ເທດ​ບ້ານ​​ໃກ້​​ເຮືອນ​ຄຽງກໍ​ຄື​ທົ່ວ​ພາກ​ພື້ນ. ກ່ານ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຂ່າວ​ຕ່າງປະ​ເທດ, ທ່ານ Paek Chung Ho ​ໄດ້​ຢືນຢັນ​ວ່າ, ສອງ​ຊັ້ນ​ທຳ​ອິດ​ຂອງ​ລູກ​ສອນ​​ໄຟ​ມີໜ້າ​ທີ່ສົ່ງດາວທຽມ Kwangmysong 3, ຈະ​ຕົກ​ຢູ່​ເຂດ​ໃນວົງ​ໂຄຈອນ​ທີ່ໄດ້​ກຳນົດ​ໄວ້. ​ແຕ່​ທ່ານ Paek Chung Ho ກໍ​ເວົ້າ​ວ່າ​ຍັງ​ບໍ່​ທັນ​ກຳນົດ​ເວລາ​ລະອຽດ​ໃຫ້​ແກ່​ການ​ຍິງ​ດາວ​ທຽມ ​ເຖິງ​ວ່າການ​ກະ​ກຽມພວມ​ໄດ້​ດຳ​ເນີນ. ສປປ.​ເກົາຫຼີ ຈະ​ເຊີນ​ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ​ເຂົ້າ​ຢ້ຽມ​ສູນ​ຕິດຕາມ​ກວດກາ​ຮອບດ້ານ​ຢູ່​ພຽງ​ຢາງ ​ໃນ​ວັນ​ທີ 12/4. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ Kyodo ຂອງ​ຍີ່ປຸ່ນ ​ໄດ້​ຄັດ​ຄຳ​ເວົ້າຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ສປປ.​ເກົາຫຼີ ຢືນຢັນ​ໄດ້​ສຳ​ເລັດ​ວຽກ​ງານ​ກະກຽມ​ແລ້ວ ​ແລະ ຄາ​ດວ່າ​ຈະ​ປະຕິບັດ​ການ​ຍິງ​ດາວ​ທຽມ​ດັ່ງກ່າວ​ໃນ​ລະຫວ່າງວັນ​ທີ 12 – 16/4.