ສປປ.ເກົາຫຼີ ກ່າວເຕືອນກ່ຽວກັບ “ໄລຍະເວລາສຸດທ້າຍ” ເຊື່ອມຕໍ່ການເຈລະຈານິວເຄຼຍຄືນໃໝ່

Chia sẻ
(VOVWORLD) - ອາເມລິກາ ຈະຜິດພາດຖ້າພາດໄລຍະເວລາສຸດທ້າຍ 1 ປີເພື່ອເຊື່ອມຕໍ່ບັນດາການພົບປະເຈລະຈາດ້ານນິວເຄຼຍຄືນໃໝ່ ແລະ ການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະຕົກເຂົ້າສູ່ສະພາບປະທະກັນ ຖ້າບໍ່ມີບໍ່ວ່າບາດກ້າວຄືບໜ້າດີໃດໆ. 
ສປປ.ເກົາຫຼີ ກ່າວເຕືອນກ່ຽວກັບ “ໄລຍະເວລາສຸດທ້າຍ” ເຊື່ອມຕໍ່ການເຈລະຈານິວເຄຼຍຄືນໃໝ່ - ảnh 1 ທີ່ປຶກສາກະຊວງການຕ່າງປະເທດ ສປປ.ເກົາຫຼີ Kim Kye-gwan. (ພາບ: Yonhap)

ນັ້ນແມ່ນເນື້ອໃນຖະແຫຼງການຂອງທ່ານ Kim Yong – chol, ຮອງປະທານຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ, ເຊິ່ງສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ລົງ ໃນວັນທີ 27 ຕຸລາ. ໃນບົດຂຽນ, ທ່ານ Kim Yong – chol ຖືວ່າ: ອາເມລິກາ ພວມກໍ່ຄວາມກົດດັນຕໍ່ ສປປ.ເກົາຫຼີ ແທນທີ່ເອົາໃຈໃສ່ເຖິງຄຳຮຽກຮ້ອງຂອງ ພຽງຢາງ ຮຽກຮ້ອງ ວໍຊິງຕັນ ຮັບຮູ້ວິທີການສຳຜັດໃໝ່. ນອກນັ້ນ, ອາເມລິກາ ຍັງບັງຄັບບັນດາປະເທດອື່ນຈັດວາງບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດຕໍ່ ສປປ.ເກົາຫຼີ. ກ່ອນໜ້ານັ້ນ, ການນຳ ສປປ.ເກົາຫຼີ Kim Jong - un ໄດ້ກຳນົດໄລຍະເວລາທ້າຍປີສຳລັບບັນດາການເຈລະຈາປອດນິວເຄຼຍກັບ ວໍຊິງຕັນ.

ຕອບກັບ