ສ​ປ​ຊ ຮຽກ​ຮ້ອງ​ລົບ​ລ້າ​ງ​ສະ​ພາບ​ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ໃນ​ທົ່ວ​ໂລກ

Chia sẻ
(VOVWORLD) -OHCHR ໄດ້ຍົກ ໂຄງການດຳເນີນງານອອກມາເພື່ອແນໃສ່ປະຕິບັດບັນດາການປ່ຽນແປງໃໝ່ຢ່າງແຮງ ຮັບປະກັນຄວາມສະເໝີພາບ ແລະ ຄວາມຍຸຕິທຳລະຫວ່າງຊາດ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດປະຕິບັດໂຄງການດັ່ງກ່າວ. 
ສ​ປ​ຊ ຮຽກ​ຮ້ອງ​ລົບ​ລ້າ​ງ​ສະ​ພາບ​ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ໃນ​ທົ່ວ​ໂລກ - ảnh 1ທ່ານນາງ Michelle Bachele ຜູ້ນຳສູງສຸດຂ້າຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບສິດທິມະນຸດ
(ພາບ: TTXVN)

ວັນທີ 28 ມິຖຸນາ, ທ່ານນາງ Michelle Bachele ຜູ້ນຳສູງສຸດຂ້າຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບສິດທິມະນຸດ (OHCHR) ໄດ້ຮຽກຮ້ອງວ່າ ຕ້ອງລົບລ້າງສະພາບການຈຳແນກເຊື້ອຊາດຜິດພັນທີ່ມີລັກສະນະເປັນລະບົບ ທີ່ແນໃສ່ຄົນຜິວດຳໃນທົ່ວໂລກຢ່າງທັນທີ.

        OHCHR ໄດ້ຍົກ ໂຄງການດຳເນີນງານອອກມາເພື່ອແນໃສ່ປະຕິບັດບັນດາການປ່ຽນແປງໃໝ່ຢ່າງແຮງ ຮັບປະກັນຄວາມສະເໝີພາບ ແລະ ຄວາມຍຸຕິທຳລະຫວ່າງຊາດ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດປະຕິບັດໂຄງການດັ່ງກ່າວ. OHCHR ໄດ້ຮຽກຮ້ອງໃຫ້ ບັນດາປະເທດຄວນມີການກະທຳຢ່າງທັນທີ ເພື່ອຢຸດຕິສະພາບການທີ່ໄດ້ຮັບການພັນລະນາວ່າແມ່ນ ການລະເມີດທີ່ມີລັກສະນະເປັນລະບົບຕໍ່ບັນດາສິດທາງດ້ານ ເສດຖະກິດ, ວັດທະນະທຳ, ພົນລະເມືອງ ແລະ ການເມືອງ. ບັນດາປະເທດຕ້ອງມີການຮັບຮູ້ຢ່າງແທດຈິງ ເມື່ອເຕື້ອງເຖິງສະພາບການຈຳແນກເຊື້ອຊາດຜິວພັນ.

ຕອບກັບ