ສັບປະດາຊາວໜູ່ມASEM2016ບັນລຸໄດ້ຜົນງານທີ່ມີຄວາມໝາຍຫຼານຢ່າງ

Chia sẻ
(vovworld) -ໃນ​ຊຸມມື້​ສຸດ​ທ້າຍ​ຂອງ​ສັບ​ປະ​ດາ​ຊາວ​ໜຸ່ມ ASEM, ​​ບັນ​ດາຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ; ຢ້ຽມ​ຢາມ​ຮູບ​ແບບ​ຊາວ​ໜຸ່ມ​ເຮັດ​ເສດ​ຖະ​ກິດ, ລົບ​ລ້ອງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວ​າມ​ທຸກ​ຍາກ​ຢູ່​ແຂວງກວາງ​ນິງ
ສັບປະດາຊາວໜູ່ມASEM2016ບັນລຸໄດ້ຜົນງານທີ່ມີຄວາມໝາຍຫຼານຢ່າງ - ảnh 1
(ສັບປະດາຊາວໜູ່ມ ASEM 2016
ບັນລຸໄດ້ຜົນງານທີ່ມີຄວາມໝາຍຫຼານຢ່າງ)

(vovworld) - ວັນ​ທີ 07/04, ພາຍ​ຫຼັງ​ດຳ​ເນີນບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ 1 ອາ​ທິດ, ສັບ​ປະ​ດາ​ຊາວ​ໜຸ່ມ ASEM (ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ - ເອີ​ລົບ) ປີ 2016 ສົມ​ທົບ​ກັບ​ກອງ​ປະ​ຊຸມ​ສັນ​ຕິ​ຖານ​ກອງ​ປະ​ຊຸ​ມ​ຂັ້ນ​ສູງ ASEM ດ້ວຍ​ຫົວ​ຂໍ້​ວ່າ “ຕ້ອງ​ມີ​ການກະ​ທຳ​ຢ່າງ​ແຂງ​ແຮງກວ່າ​ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ອຶດ​ຫິວ​ທຸກ​ຍາກ” ​ໄດ້ສິ້ນ​ສຸດ​ລົງ​ໂດຍ​ບັນ​ລຸ​ ​ສຳ​ເລັດຜົນ. ໃນ​ຊຸມມື້​ສຸດ​ທ້າຍ​ຂອງ​ສັບ​ປະ​ດາ​ຊາວ​ໜຸ່ມ ASEM, ​​ບັນ​ດາຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ; ຢ້ຽມ​ຢາມ​ຮູບ​ແບບ​ຊາວ​ໜຸ່ມ​ເຮັດ​ເສດ​ຖະ​ກິດ, ລົບ​ລ້ອງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວ​າມ​ທຸກ​ຍາກ​ຢູ່​ແຂວງກວາງ​ນິງ; ໄປ​ຢ້ຽມ​ຢາມ ແລະ ຊອກ​ຫາ​ສິ່ງ​ແວດ​ລ້ອມ​ຢ​ູ່ອ່າວ​​ຫ້າ​ລອງ. ບັນ​ດາ​ຜູ້​ແທນ​ຊາວ​ໜຸ່ມ ASEM ​ໄປ​ລົງ​ຢ້ຽມ​ຢາມ ແລະ ເຄື່ອນ​ໄຫວ​ອາ​ສາ​ສະ​ມັກ​ທີ່​ມີ​ຄວາມ​ໝາຍ​ສຳ​ລັບ​ເດັກ​ນ້ອຍ​ເຂດພ​ູ​ດອຍ​ຢູ່​ເມືອງ ແຮ່ວງ​ໂບ, ແຂວງກວາງ​ນິງ; ພົບ​ປະ​ແລກ​ປ່ຽນ ແລະ ມອບ​ຂອງ​ຂວັນ​ເຊິ່ງ​ແມ່ນ​ອຸ​ປະ​ກອ​ນ​ຮັບ​ໃຊ້​ການ​ຮ່ຳ​ຮຽນ, ເຄື່ອງ​ກິ​ລາ… ໃຫ້​ນັກ​ຮຽນ​ໂຮງ​ຮຽນກິນນອ​ນ​ຊົນ​ເຜົ່າ.