ສັບປະດາຊາວໜຸ່ມ ASEM 2016 ດຳເນີນແຕ່ວັນທີ 01 – 07/04

Chia sẻ
(vovworld) - ​ລ​າຍ​ການ​ສັບ​ປະ​ດາ​ຊາ​ວ​ໜຸ່ມ​ ASEM (ເວ​ທີ​ປາ​ໄສຮ່ວມ​ມື​ອາ​ຊີ- ເອີ​ລົບ) ປີ 2016 ສົມ​ທົບ​ກັບ​ກອງ​ປ​ະ​ຊຸມ​ຈຳ​ລອງກອງ​ປ​ະ​ຊຸມ​ຂັ້ນ​ສູງ ASEM ດ້ວຍ​ຫົວ​ຂໍ້​ວ່າ “​ການກະ​ທຳ​ຢ່າງ​ແຂງ​ແຮງກວ່າ​ເພື່ອ​ແກ້​ໄຂ​ຄວາມ​ອຶດ​ຫິວ​ທຸກ​ຍາກ” ​
ສັບປະດາຊາວໜຸ່ມ ASEM 2016 ດຳເນີນແຕ່ວັນທີ 01 – 07/04 - ảnh 1
(ພາບ​ປະ​ກອບ: CPV)

(vovworld) - ​ລ​າຍ​ການ​ສັບ​ປະ​ດາ​ຊາ​ວ​ໜຸ່ມ​ ASEM (ເວ​ທີ​ປາ​ໄສຮ່ວມ​ມື​ອາ​ຊີ- ເອີ​ລົບ) ປີ 2016 ສົມ​ທົບ​ກັບ​ກອງ​ປ​ະ​ຊຸມ​ຈຳ​ລອງກອງ​ປ​ະ​ຊຸມ​ຂັ້ນ​ສູງ ASEM ດ້ວຍ​ຫົວ​ຂໍ້​ວ່າ “​ການກະ​ທຳ​ຢ່າງ​ແຂງ​ແຮງກວ່າ​ເພື່ອ​ແກ້​ໄຂ​ຄວາມ​ອຶດ​ຫິວ​ທຸກ​ຍາກ” ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ແລະ ກວາງ​ນິງ ​ໃນ​ລະ​ຫວ່າງ​ວັນ​ທີ 01 – 07/04. ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​​ສະ​ຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ (26/03/1931 – 26/03/2016), ມຸ່​ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງ​ວັນ​ຫວຽດ​ນາມ ເຂົ້າ​​ຮ່ວມ ASEM (1996 – 2016). ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕ​ັ້ງ​ກອງ​ປ​ະ​​ຊຸມ. ລາຍ​ການ​ຄັ້ງ​ນີ້​​ຈະປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ເລື່ອງ​ຍົກ​ສູ​ງ​ຄວາມ​ຮັບ​ຮູ້​ຂອງ​ຊາ​ວ​ໜຸ່ມ​ອາ​ຊີ - ເອີ​ລົບ ກ່ຽວ​ກັບ​ຄວາມ​ສາ​ມາດ​ຮ່ວມ​ມື​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ ເພື່ອ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງ ແລະ ​ສະ​ໝ່ຳສະ​ເໝີ​, ສ້າງ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ຊາວ​ໜຸ່ມ​ມີ​ກາ​ລະ​ໂອ​ກາດ​ແລກ​ປ່ຽນ​ຄຳ​ເຫັນ, ບົດ​ຮຽນ ແລະ ສະ​ເໜີ​ບັນ​ດາ​ຂ​ໍ້​ລິ​ເລີ່ມ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະ​ຫວ່າ​ງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ASEM, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວ​ມ​ຂອງ ASEM ໃນ​ການ​ຜັນ​ຂະ​ຫຍາ​ຍ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ນີ້ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ​ໄດ້ໂຄ​ສະ​ນາ​ເຖິງ​ເພື່ອນ​ມິດ​ສາ​ກົນ​ກ່ຽວ​ກັບ​ຜົນ​ງານ​ຂອງ​​ປະ​ເທດ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປ​ົ້າ​ໝາຍ​ສະ​ຫັດ​ສະ​ວັດ, ກໍ​ຄື​ຮູບ​ພາບ​ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ​ມີ​ຄວາມໃກ້​ຊິດ​ສະ​ໜິດ​ສະ​ໜົມ​ພາ​ຍ​ຫຼັງ​ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່.