ສືບ​ຕໍ່​ມື້​ເຮັດ​ວຽກ​ທີ 4 ກອ​ງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV

Chia sẻ
(VOVWORLD) - ຕອນເຊົ້າວັນທີ 23 ພຶດສະພາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2023; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ໃນຊຸມເດືອນຕົ້ນປີ 2024; ວຽກງານປະຕິບັດການປະຢັດ ແລະ ຕ້ານປະກົດການຟຸມເຟືອຍປີ 2023…

ບົດລາຍງານຂອງລັດຖະບານ ໄດ້ຊີ້ແຈ້ງວ່າ ໃນຊຸມເດືອນຕົ້ນປີ 2024, ເສດຖະກິດມະຫາພາກເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ. ກ່ຽວກັບໜ້າທີ່ ແລະ ມາດຕະການຕົ້ນຕໍໃນໄລຍະຈະມາເຖິງແມ່ນ ລັດຖະບານໃຫ້ບຸລິມະສິດຊຸກຍູ້ການເຕີບໂຕ ຕິດພັນກັບການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ປະສົມປະສານລະຫວ່າງບັນດານະໂຍບາຍບໍລິຫານເສດຖະກິດມະຫາໃຫ້ແໜ້ນແຟ້ນ, ກົມກ່ຽວ ແລະ ມີປະສິດທິຜົນ. ພ້ອມທັງເຮັດໃໝ່ບັນດາກຳລັງໜູນເຕີບໂຕແບບເດີມ ແລະ ຊຸກຍູ້ບັນດາກຳລັງໜູນເຕີບໂຕແບບໃໝ່; ສືບຕໍ່ປະຕິບັດນະໂຍບາຍຍົກເວັ້ນ, ຫຼຸດອັດຕາດອກເບ້ຍ, ຕໍ່ກຳນົດເວລາ, ໂຈະ, ສ້າງໂຄງປະກອບໜີ້ສິນຄືນໃໝ່ ແລະ ຍົກເວັ້ນ, ຫຼຸດຜ່ອນ, ຕໍ່ກຳນົດເວລາເສຍພາສີ, ຄ່າທຳນຽມ, ຄ່າເຊົ່າທີ່ດິນ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ສ້າງກົງຈັກບໍລິຫານລັດໃຫ້ສົມບູນແບບ, ປອດໃສ, ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ; ຜັນຂະຫຍາຍນະໂຍບາຍເງິນເດືອນແບບໃໝ່ແຕ່ວັນທີ 1 ກໍລະກົດ 2024; ສຳເລັດວຽກງານສັບຊ້ອນຫົວໜ່ວຍບໍລິຫານຂັ້ນເມືອງ, ຂັ້ນຕາແສງ ໄລຍະ 2023 – 2025 ໃນເດືອນ ກັນຍາປີ 2024.

ຕອບກັບ