ສືບຕໍ່ປະທະກັນທີ່ເຄັ່ງຕຶງກໍ່ຄວາມບາດເຈັບລົ້ມຕາຍຢູ່ເຂດ ກາຊາ

Chia sẻ
(VOVWORLD) - ແລະກໍ່ໃນຕອນຄຳ່ວັນດຽວກັນ, ກະຊວງສາທາລະນະສຸກ ອິດສະຣາແອນ ໄດ້ປະກາດ ຈຳນວນ ຜູ້ເສຍຊີວິດ ແລະ ຮັບບາດເຈັບຂອງບັນດາມືປືນຊາວ ປາແລດສະຕິນ ເຂົ້າທາງພາກໃຕ້ຂອງ ອິດສະຣາແອນ ເລີ່ມແຕ່ຕອນເຊົ້າວັນດຽວກັນ ໄດ້ຂຶ້ນເຖິງຈຳນວນຜູ້ເສຍຊີວິດ 285 ຄົນ ແລະ ປະມານ 1.500 ຄົນຖືກບາດເຈັບ
ສືບຕໍ່ປະທະກັນທີ່ເຄັ່ງຕຶງກໍ່ຄວາມບາດເຈັບລົ້ມຕາຍຢູ່ເຂດ ກາຊາ - ảnh 1ທະຫານອິດສະຣາແອນ (ພາບ:AFP/TTXVN)

ຕອນຄຳ່ວັນທີ 7 ຕຸລາ, ກົມກອງ al-Qassam ຂອງຂະບວນການອິດສະລາມ Hamas ປະກາດວ່າ ໄດ້ຍິງລູກສອນໄຟບຸກໂຈມຕີກ່ວາ 150 ລູກໃສ່ນະຄອນ Tel Aviv, ປະເທດ ອິດສະຣາແອນ. ແຕ່ເຖິງຢ່າງໃດກໍ່ຕາມ, ລະບົບປ້ອງກັນອາກາດ ຂອງ ອິດສະຣາແອນ ໄດ້ຍິງສະກັດກັ້ນ ລູກສອນໄຟບຸກໂຈມຕີເຂົ້ານະຄອນເກືອບທັງໝົດ ແລະ ຍັງບໍ່ທັນມີການຢັ້ງຢືນກ່ຽວກັບ ຄວາມບາດເຈັບລົ້ມຕາຍໃນການບຸກໂຈມຕີຄັ້ງນີ້.

ແລະກໍ່ໃນຕອນຄຳ່ວັນດຽວກັນ, ກະຊວງສາທາລະນະສຸກ ອິດສະຣາແອນ ໄດ້ປະກາດ ຈຳນວນ ຜູ້ເສຍຊີວິດ ແລະ ຮັບບາດເຈັບຂອງບັນດາມືປືນຊາວ ປາແລດສະຕິນ ເຂົ້າທາງພາກໃຕ້ຂອງ ອິດສະຣາແອນ ເລີ່ມແຕ່ຕອນເຊົ້າວັນດຽວກັນ ໄດ້ຂຶ້ນເຖິງຈຳນວນຜູ້ເສຍຊີວິດ 285 ຄົນ ແລະ ປະມານ 1.500 ຄົນຖືກບາດເຈັບ. ຕາມສື່ມວນຊົນ ອິດສະຣາແອນ ແລ້ວ, ຮອດຕອນຄຳ່ວັນທີ 7 ຕຸລາ, ບັນດາມືປືນຊາວ ປາແລດສະຕິນ ໄດ້ຄວບຄຸມບາງສະຖານທີ່ຕັ້ງຖິ່ນຖານ ຕິດກັບເຂດ ກາຊາ, ໃນຂະນະ ທີ່ບັນດາການປະທະກັນນອງເລືອດສືບຕໍ່ເກີດຂຶ້ນຢູ່ສະຖານທີ່ກ່ວາ 20 ແຫ່ງ ໃນເຂດດິນແດນຂອງ ອິດສະຣາແອນ.

ສ່ວນຢູ່ເຂດກາຊາ, ແຫຼ່ງຂ່າວ ສາທາລະນະສຸກ ປາແລດສະຕິນ ໃຫ້ຮູ້ວ່າ: ການບຸກໂຈມຕີແກ່ ຍາວ ແຕ່ເຊົ້າຮອດຄຳ່ຂອງກອງທັບ ອິດສະຣາແອນ ເຂົ້າເຂດດິນແດນແຫ່ງນີ້ໄດ້ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 230 ຄົນ ແລະ ກ່ວາ 1.700 ຄົນຮັບບາດເຈັບ. ໃນການບຸກໂຈມຕີທາງອາກາດນີ້, ອຳນາດການປົກຄອງ ອິດສະຣາແອນ ໄດ້ດຳເນີນການປິດລ້ອມທາງເຂົ້າ - ອອກ ແລະ ຕັດຕາຂ່າຍໄຟຟ້າທີ່ສະໜອງໃຫ້ແກ່ເຂດ ກາຊາ.

ຕອບກັບ