ເອກະສານຂອງ EVFTA ໄດ້ສຳເລັດແລ້ວ ພາຍຫລັງຄວາມມານະພະຍາຍາມແກ້ໄຂບັນດາບັນຫາກ່ຽວກັບດ້ານເຕັກນິກ.
ຕີລາຄາກ່ຽວກັບຄວາມອາດສາມາດໃຫ້ສັດຕະຍາບັນ EVFTA ສຳລັບລັດຖະສະພາ ເອີຣົບ, ທ່ານ Bernd Lange ໃຫ້ຮູ້ວ່າ: ນີ້ແມ່ນຄວາມຮັບຜິດຊອບຂອງທັງ 2 ຝ່າຍໃນວິວັດການພິຈາລະນາໃຫ້ສັດຕະຍາບັນ. ທ່ານຫວັງວ່າ ເລື່ອງລົງນາມອາດຈະໄດ້ດຳເນີນໃນ ເດືອນ ຕຸລາ 2018 ຢູ່ກອງປະຊຸມສຸດຍອດ ASEM ຫຼື ເດືອນ ພະຈິກ 2018. ເລື່ອງໃຫ້ສັດຕະຍາບັນ EVFTA ຈະໄດ້ສຳເລັດໃນອາຍຸການນີ້ ຂອງລັດຖະສະພາ ເອີຣົບ.