ສັນຍາ CPTPP ເປີດກາລະໂອກາດໃຫຍ່ແກ່ບັນດາວິສາຫະກິດຫວຽດນາມ

Chia sẻ
(VOVWORLD) -ຜົນກະທົບຂອງສັນຍາ CPTPP ຕໍ່ຫວຽດນາມແມ່ນປະມານ 1,3% GDP

ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີີຟິກ (CPTPP) ຫາກໍມີຜົນສັກສິດຢ່າງເປັນທາງການ ໄດ້ເປີດກາລະໂອກາດອັນໃຫຍ່ຫຼວງ ເພື່ອໃຫ້ຫວຽດນາມເຊື່ອມຕໍ່ກັບບັນດາພື້ນຖານເສດຖະກິດໃຫຍ່ໃນໂລກ ແລະ ຫວຽດນາມ ຈະໄດ້ຊົມໃຊ້ຜົນປະໂຫຍດ ຈາກ ສັນຍາສະບັບດັ່ງກ່າວ, ພິເສດແມ່ນທາງດ້ານເສດຖະກິດ.

        ຕາມ ທ່ານ ເຈິ່ນຕວ່ານທັ໋ງ, ຫົວໜ້າຄະນະຄາດຄະເນສະພາບການເສດຖະກິດ ແລະ ວິສາຫະກິດ, ສູນຂໍ້ມູນ ແລະ ຄາດຄະເນເສດຖະກິດສັງຄົມແຫ່ງຊາດ (NICF), ສັງກັດກະຊວງແຜນການ ແລະ ການລົງທຶນຫວຽດນາມ ຄາດຄະເນວ່າ ຜົນກະທົບຂອງສັນຍາ CPTPP ຕໍ່ຫວຽດນາມແມ່ນປະມານ 1,3% GDP. ຖ້າຫາກເປີດປະຕູກ່ຽວກັບດ້ານບໍລິການຫຼາຍກວ່າອີກ, ລະດັບເຕີບໂຕເພີ່ມຂຶ້ນຂອງ GDP ສ່ວນເກີນ ອາດຈະຂຶ້ນເຖິງກວ່າ 2%. ບັນດາຕົວເລກດັ່ງກ່າວ ແມ່ນຍັງບໍ່ທັນໄດ້ຄິດໄລ່ເຖິງການກະທົບຈາກການລົງທຶນ ກໍຄືກໍາລັງດັນ ຈາກການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ ແລະ ດໍາເນີນທຸລະກິດ ພາຍໃນປະເທດ. ກ່ຽວກັບການສົ່ງອອກ - ນໍາເຂົ້າ, ຕາມຄາດຄະເນຂອງສູນ NICF ແລ້ວ,  ການສົ່ງອອກຈະເພີ່ມຂຶ້ນປະມານ 4%, ການນໍາເຂົ້າຈະເພີ່ມຂຶ້ນປະມານເກືອບ 3,8%.

        ຕາມການຄິດໄລ່ຂອງສູນ NICF, ໃນ CPTPP, ຂະແໜງຕໍາແຜ່ນຕັດຫຍິບ ແລະ ເກີບໜັງ ແມ່ນບັນດາຂະແໜງທີ່ໄດ້ຮັບການຕີລາຄາວ່າ ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ຍ້ອນຄວາມແກ່ງແຍ້ງກ່ຽວກັບລາຄາຫຼາຍກວ່າຢູ່ບັນດາຕະຫຼາດໃໝ່ໃນ CPTPP, ໃນຂະນະຍັງຄົງຮັກສາໄດ້ຕະຫຼາດຫຼັກແຫຼ່ງແມ່ນ ອາເມລິກາ ແລະ ອີຢູ. ພ້ອມກັນນັ້ນ, ສ່ວນໃຫຍ່ບັນດາຂະແໜງອຸດສະຫະກໍາເບົາ ແລະ ນໍາໃຊ້ແຮງງານຫຼາຍ ຍັງໄດ້ຮັບຜົນປະໂຫຍດຈາກ ສັນຍາ CPTPP. ນອກຈາກນັ້ນ, ວິສາຫະກິດ FDI ລົງທຶນເຂົ້າຫວຽດນາມໃນໄລຍະຈະມາເຖິງ ອາດຈະຊ່ວຍຫວຽດນາມ ປ່ຽນແປງຂະແໜງອຸດສາຫະກໍາໜູນຊ່ວຍອີກດ້ວຍ.

ຕອບກັບ