ຊຸກ​ຍູ້​ກ​ານ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ ສະ​ວິດ

Chia sẻ
(VOVWORLD) - ຕອນບ່າຍວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Thomas Gass ເອກອັກຄະລັດຖະທູດ ສະຫະພັນ ສະວິດ ປະຈຳ ຫວຽດນາມ.

ຊຸກ​ຍູ້​ກ​ານ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ ສະ​ວິດ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Thomas Gass ເອກອັກຄະລັດຖະທູດ ສະຫະພັນ ສະວິດ ປະຈຳ ຫວຽດນາມ

ແລກປ່ຽນກັບທ່ານເອກອັກຄະລັດຖະທູດ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ ສະວິດ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົ່ງເສີມຄວາມອາດສາມາດໃນການເຈລະຈາ ບັນດາສົນທິສັນຍາສອງຝ່າຍ ກ່ຽວກັບການຈັດສົ່ງນັກໂທດຜ່ານແດນ ແລະ ມອບສົ່ງຜູ້ຖືກລົງໂທດຈຳຄຸກ; ສ້າງກົນໄກຮ່ວມມືສອງຝ່າຍໃນຂົງເຂດປ້ອງກັນຄວາມສະຫງົບ, ປ້ອງກັນ, ຕ້ານອາດຊະຍາກຳ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການແລກປ່ຽນບົດຮຽນປະສົບການປະຕິບັດກົດໝາຍ, ຂໍ້ມູນອາດຊະຍາກຳ, ສົມທົບກັນຕໍ່ສູ້ຕ້ານ ອາດຊະຍາກຳຂ້າມຊາດ ທີ່ກ່ຽວຂ້ອງເຖິງສອງປະເທດ. ທ່ານລັດຖະມົນຕີ ໂຕເລິມ ກໍ່ສະເໜີ ສະວິດ ຍູ້ແຮງ ການແບ່ງປັນຂໍ້ມູນໃນການປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ໜູນຊ່ວຍການຝືກອົບຮົບ ບຳລຸງສ້າງຍົກລະດັບໃຫ້ແກ່ກຳລັງປ້ອງກັນຄວາມໝັ້ນຄົງທາງອາກາດ ຂອງ ຫວຽດນາມ; ຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນຊາວຫວຽດນາມ ທຳມາຫາກິນເປັນປົກກະຕິ, ດຳລົງຊີວິດຖືກຕ້ອງຕາມກົດໝາຍຢູ່ ສະວິດ.

ສ່ວນທ່ານເອກອັກຄະລັດຖະທູດ Thomas Gass ໄດ້ເນັ້ນໜັກວ່າ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ສະວິດ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນກັບ ກະຊວງຕຳຫຼວດ ຫວຽດນາມ ຢ່າງແຮງ ໃນທຸກຂົງເຂດ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດໃນຂົງເຂດຕໍ່ສູ້ປ້ອງກັນຕ້ານ ອາດຊະຍາກຳ, ຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ.

ຕອບກັບ