ມີຫຼາຍ​ວິ​ສາ​ຫ​ະ​ກິດ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຊອກ​ຫາ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ໄທ​ງວຽນ

Chia sẻ
(VOVWORLD) - ທ່ານ Kees van Baar ເອກອັກຄະລັດຖະທູດລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວຂອງວິສາຫະກິດ ໂຮນລັງ ຈຳນວນໜຶ່ງ ຢູ່ ຫວຽດນາມ ໃນບັນດາຂົງເຂດ.
ມີຫຼາຍ​ວິ​ສາ​ຫ​ະ​ກິດ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຊອກ​ຫາ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ໄທ​ງວຽນ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ວັນທີ 16 ພຶດສະພາ, ຢູ່ແຂວງ ໄທງວຽນ, ຄະນະປະຕິບັດງານຂອງ ສະຫະພາບ ເອີລົບ, ລາຊະອານາຈັກ ໂຮນລັງ ແລະ ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ມີການເຮັດວຽກກັບການນຳແຂວງ ໄທງວຽນ ເພື່ອຊອກຮູ້ກ່ຽວກັບໂອກາດມາລົງທຶນເຂົ້າບັນດາໂຄງການປ້ອງກັນ, ຕ້ານການດິນເຊາະເຈື່ອນ; ນ້ຳປະປາ, ນ້ຳເສຍ; ການຜະລິດ, ປຸງແຕ່ງ, ການສົ່ງອອກຊາ ໃນບໍລິເວນແຂວງ.

ທີ່ການເຮັດວຽກ, ທ່ານ Kees van Baar ເອກອັກຄະລັດຖະທູດລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວຂອງວິສາຫະກິດ ໂຮນລັງ ຈຳນວນໜຶ່ງ ຢູ່ ຫວຽດນາມ ໃນບັນດາຂົງເຂດຄື: ອຸດສາຫະກຳ, ກະສິກຳ, ດິນຟ້າອາກາດ, ສິ່ງແວດລ້ອມ… ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ກະແສເງິນລົງທຶນຂອງບັນດາວິສາຫະກິດ ໂຮນລັງກ່ຽວກັບຂົງເຂດເຕັກໂນໂລຢີສູງພວມໄດ້ຮັບຄວາມສົນໃຈ, ຊອກຮູ້ເພື່ອພັດທະນາຂະແໜງເຄິ່ງຊັກນຳໄຟຟ້າ, ໃນນັ້ນມີຄວາມເອົາໃຈໃສ່ເປັນພິເສດເຖິງ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ໄທງວຽນ ແມ່ນທ້ອງຖິ່ນມີເງື່ອນໄຂສະດວກຫຼາຍຢ່າງ ເພື່ອໃຫ້ບັນດາວິສາຫະກິດໂຮນລັງມາຊອກຮູ້ ແລະ ທ່ານເອກອັກຄະລັດຖະທູດ ໂຮນລັງປະຈຳ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ແກ່ບັນດາວິສາຫະກິດມາລົງທຶນຢູ່ ໄທງວຽນ.

ໃນໂອກາດນີ້, ບາງວິສາຫະກິດຜະລິດ, ປຸງແຕ່ງ, ດຳເນີນທຸລະກິດຊາໃນບໍລິເວນແຂວງ ໄທງວຽນ ໄດ້ແບ່ງປັນຄວາມປາດຖະໜາຢາກເປີດກວ້າງຕະຫຼາດສົ່ງອອກຜະລິດຕະພັນຊາ ໄປຍັງບັນດາປະເທດຂຶ້ນກັບ ສະຫະພາບ ເອີລົບ.

ຕອບກັບ