ວາງສະແດງຮູບຖ່າຍກ່ຽວກັບຮີດຄອງປະເພນີ, ການເຫລື້ອມໃສຂອງຊົນເຜົ່າ ບຣູ - ເວີນກຽວ ຢູ່ສາຍພູຫລວງ

Chia sẻ
(VOVWORLD) - ຕອນບ່າຍວັນທີ 07 ມີນາ, ຢູ່ຫໍວັດທະນະທຳມູນເຊື້ອບັນດາຊົນເຜົ່າ ເວີນກຽວ, ປາໂກ ຂອງເມືອງ ເຮື໊ອງຮ໊ວາ, ແຂວງ ກວາງຈີ້
ວາງສະແດງຮູບຖ່າຍກ່ຽວກັບຮີດຄອງປະເພນີ, ການເຫລື້ອມໃສຂອງຊົນເຜົ່າ ບຣູ - ເວີນກຽວ ຢູ່ສາຍພູຫລວງ - ảnh 1

ສະຖານທູດ ຮຸງກາຣີ ປະຈຳ ຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ເຮື໊ອງຮ໊ວາ ຈັດຕັ້ງງານວາງສະແດງຮູບຖ່າຍກ່ຽວກັບຮີດຄອງປະເພນີ, ການເຫລື້ອມໃສຂອງຊົນເຜົ່າ ບຣູ-ເວີນກຽວ ຢູ່ສາຍພູຫລວງ. ຕາມນັ້ນແລ້ວ, ຮູບຖ່າຍ 75 ແຜ່ນຂອງ Vargyas Gabor ນັກຄົ້ນຄວ້າຊົນເຜົ່າຊາດ ຮຸງກາຣີ ໄດ້ດຶງດູດຜູ້ຊົມເປັນຈຳນວນຫລວງຫລາຍ. ບັນດາຮູບຖ່າຍໄດ້ວາດພາບເຖິງຄວາມງາມຢ່າງຊີວິດຊີວາຂອງບັນດາຮີດຄອງປະເພນີ, ພິທີກຳບູຮານຂອງຊົນເຜົ່າ ບຣູ - ເວີນກຽວ ກ່ຽວກັບຊີວິດການເປັນຢູ່, ການດຳເນີນຊີວິດຂອງພໍ່ແມ່ປະຊາຊົນ. ຜ່ານນັ້ນ, ປະກອບສ່ວນຮັກສາບັນດາຄວາມງາມທີ່ເປັນເອກະລັກສະເພາະ, ສີສັນຂອງຊົນເຜົ່າ.

ຕອບກັບ