ວາງສະແດງຮູບຖ່າຍ, ເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”ຢູ່ແຂວງ ບີ່ງທ້ວນ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 20 ກັນຍາ, ທີ່ເມືອງ ດຶກລິງ (ແຂວງ ບີ່ງທ້ວນ), ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ບີ່ງທ້ວນ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ດຶກລິງ ຈັດຕັ້ງພິທີໄຂງານວາງສະແດງແຜນທີ່ ແລະ ຮູບຖ່າຍ, ເອກະສານດ້ວຍຫົວຂໍ້ວ່າ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”.
ວາງສະແດງຮູບຖ່າຍ, ເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”ຢູ່ແຂວງ ບີ່ງທ້ວນ - ảnh 1 ນັກຮຽນເຂົ້າຮ່ວມງານວາງສະແດງ (ພາບ: TTXVN)

ງານວາງສະແດງໄດ້ແນະນຳເຖິງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທ້ອງຖິ່ນເປັນຈຳນວນຫລວງຫລາຍກ່ຽວກັບບັນດາເອກະສານໂດຍລາດຊະວົງສັກດີນາ ຫວຽດນາມ ປະກາດໃຊ້ແຕ່ສະຕະວັດທີ XVII ຈົນເຖິງຕົ້ນສະຕະວັດ XX ຢັ້ງຢືນວິວັດການກຳນົດ, ປະຕິບັດ ແລະ ປົກປັກຮັກສາອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງລຽນຕິດ. ນອນນັ້ນ, ຍັງມີບັນດາຮູບຖ່າຍເອກະສານກ່ຽວກັບໝູ່ເກາະ ເຈື່ອງຊາ, ຮ່ວາຊາ ໃນສະໄໝລ່າເມືອງຂຶ້ນ ຝຣັ່ງ ແລະ ສະໄໝສາທາລະນະລັດປະຊາທິປະໄຕ ຫວຽດນາມ; ຮູບພາບກ່ຽວກັບບັນດາປູຊະນີຍະສະຖານ, ບັນດານັກຮົບ ຮ່ວາງຊາ ຢູ່ເກາະ ຫຼີ໊ເຊີນ (ແຂວງ ກວາງຫງ໊າຍ); ຮູບພາບກ່ຽວກັບຊີວິດການເປັນຢູ່ ແລະ ການດຳເນີນຊີວິດຂອງທະຫານ ແລະ ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ (ແຂວງ ແຄ໊ງຮ່ວາ) ໃນປັດຈຸບັນ; ບັນດາໂຄງການຄົ້ນຄວ້າຂອງບັນດານັກຮຽນຮູ້ ຫວຽດນາມ ແລະ ສາກົນທີ່ພິມຈຳໜ່າຍຢູ່ພາຍໃນ ແລະ ຕ່າງປະເທດນັບແຕ່ກ່ອນມາຮອດປັດຈຸບັນ…ກໍ່ໄດ້ນຳມາວາງສະແດງ. ງານວາງສະແດງຈະດຳເນີນໄປຮອດວັນທີ 23 ກັນຍາ ຈຶ່ງອັດລົງ.

ຕອບກັບ