ວະ​ລະ​ປະ​ຊຸມ​ຄັ້ງ​ທີ 35 ຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

Chia sẻ
ບັນດາ​ສະມາຊິກ​ຄະນະປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍງົບປະມານ​ແຫ່ງລັດ (ສະບັບ​ປັບປຸງ), ​ໃນ​ນັ້ນ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວກັບ​ບັນດາ​ຂໍ້ກຳນົດ​ຈັດ​ແບ່ງ​ຂັ້ນ​ຄຸ້ມ​ ຄອງ​ງົບປະມານ​ແຫ່ງ​ລັດລະຫວ່າງ​ສູນ​ກາງ ​ແລະ ທ້ອງຖິ່ນ.
ວະ​ລະ​ປະ​ຊຸມ​ຄັ້ງ​ທີ 35 ຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1
ວະ​ລະ​ປະ​ຊຸມ​ຄັ້ງ​ທີ 35, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ
(ພາບ: TTXVN)

(vovworld) - ​​ໃນ​ວາລະ​ເຮັດ​ວຽກ​ຕອນ​ບ່າຍ​ວັນ​ທີ 26/02, ບັນດາ​ສະມາຊິກ​ຄະນະປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍງົບປະມານ​ແຫ່ງລັດ (ສະບັບ​ປັບປຸງ), ​ໃນ​ນັ້ນ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວກັບ​ບັນດາ​ຂໍ້ກຳນົດ​ຈັດ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດລະຫວ່າງ​ສູນ​ກາງ ​ແລະ ທ້ອງຖິ່ນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ, ​ເພື່ອ​ຮັບປະກັນ​ການຈັດ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດລະຫວ່າງ​ສູນ​ກາງ ​ແລະ ທ້ອງຖິ່ນ,  ສະພາ​ແຫ່ງ​ຊາດ​ຄວນ​ຮັບຮອງ​ເອົາກົດໝາຍວ່າ​ດ້ວຍງົບປະມານ​ແຫ່ງລັດ (ສະບັບ​ປັບປຸງ) ພາຍຫຼັງ​ກົດໝາຍ​ວ່າ​ດ້ວຍ​​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.

   ກ່ຽວ​ກັບຂັ້ນ​ຕອນງົບປະມານ, ມີ​ຫຼາຍ​ຄຳ​ເຫັນ​ໃນ​ຄະນະ​ປະຈຳກຳມາ​ທິການ ການ​ເງິນ​ງົບປະມານ ສະ​ເໜີ​​ໃຫ​້ສະພາ​ແຫ່ງ​ຊາດ​ຕົກລົງ​ງົບປະມານ​ຜ່ານກອງປະຊຸມ 2 ສະ​ໄໝ. ​ໄລ​ຍະ​ທີ 1, ​ແມ່ນ​ໃນກອງ​ປະຊຸມ​ກາງ​ປີ, ສະພາ​ແຫ່ງ​ຊາດ​ຈະ​ຕົກລົງ​ຮ່າງ​ງົບປະມານ, ຍອດ​ລາຍ​ຮັບ, ລາຍ​ຈ່າຍບົນ​ພື້ນຖານ​ນັ້ນ, ທີ່​ກອງ​ປະຊຸ​ມທ້າຍ​ປີ, ລັດຖະບານ​ລາຍ​ງານ​ກ່ຽວ​ກັບຄາດ​ຄະ​ເນ​ລາຍ​ຮັບ, ລາຍ​ຈ່າຍ ​ເພື່ອ​ສະພາ​ແຫ່ງ​ຊາດ​ພິຈາລະນາ​ຕົກລົງ.

    ​ຕອນ​ເຊົ້າ​ວັນ​ທີ 26/2, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນກໍ່​ສ້າງ​ໂຄງ​ການ​​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ລອງ​ແທ່ງ. ນີ້​ແມ່ນ​ໂຄງ​ການ​ມີ​ຍອດ​ເງິນ​ລົງ​ທຶນ​ຫຼາຍ ແລະ ດຳ​ເນີນ​ໃນ​ໄລ​ຍ​ະ​ຍາວ, ດັ່ງ​ນັ້ນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ຄວນ​ມີ​ການ​ຕີ​ລາ​ຄາ​ຜົນ​ສະ​ທ້ອນ​ຮອບ​ດ້ານ​ກ່ຽວ​ກັບ​ເສດ​ຖະ​ກິດ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ພິ​ເສດ​ແມ່ນ​ຜົນ​​ກະ​ທົບ​ເຖິງ​ງົບ​ປະ​ມານ​ແຫ່ງ​ລັດ ແລະ ໜີ້​​ສາ​ທາ​ລະ​ນະ. ທ່ານ ຟູ່ງກວກ​ຫຽນ, ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ເງິນ - ງົບ​ປະ​ມານ ສະ​ເໜີ​ເຮັດ​ແກ່​ກົນ​ໄກ​ການ​ເງິນ​ໃຫ້​ໂຄງ​ການນີ້​ຢ່າງ​ຈະ​ແຈ້ງ:

        “ປະ​ຈຸ​ບັນ​ແມ່ນ​ນຳ​ໃຊ້​ກົນ​ໄກ​ການ​ເງິນ​ໃດ, ສະ​ໜອງ​​ທຶນ​ຊ່ວຍ​ເຫຼືອ​ລ້າ​ສຳ​ລັບ​ງົບ​ປະ​ມານ​ງວມ​ສູນ ຫຼື ນີ້​ແມ່ນ​ສະ​ໜອງ​ທຶນ​ເພື່ອ​ເຄື່ອນ​ໄຫວ​ຄື​ດັ່ງ​ວິ​ສາ​ຫະ​ກິດ​ດຳ​ເນີ​ນ​ທຸ​ລະ​ກິດ, ຫຼື​ແມ່ນ​ທຶນ ODA  ​ກູ້​ຢືມ​ມາ​ຈະໃຫ້​ກູ້​ຢືມ​ຄືນ. ໃນ​ບົດ​ລາຍ​ງານ​ເວົ້​າ​ແຈ້ງວ່າມ​ີ​ບັນ​ດາ​ບ້ວງ​ເງິນນອກ​ງົບ​ປະ​ມານ, ໃນ​ນັ້ນ​ບ້ວງ​ເງິນ​ໃດ​ລັດ​ຖະ​ບານ​ຕ້ອງ​ອາ​ລັກ​ຂາ? ດັ່ງ​ນັ້ນ​ງົບ​ປະ​ມານ​ແມ່ນ​ເທົ່າ​ໃດ ແລະ ສຸດ​ທ້າຍ​ແມ່ນ​ປະ​ສິດ​ທິ​ຜົນ​ຄື​ແນວ​ໃດ, ເກັບ​​ທຶນຄືນ​ຄື​ແນວ​ໃດ?”

        ກ່ຽວ​ກັບ​ດ້ານ​ສິ່ງ​ແວດ​ລ້ອມ, ທ່ານ ຟານ​ຊວນ​ຢູ້ງ, ຫົວ​ໜ​້າ​ກຳ​ມາ​ທິ​ການ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຢ​ີ ແລະ ສິ່ງ​ແວດ​ລ້ອມ, ສະ​ເໜີ​ວ່າ:

        “ຄວາມ​ຕ້ອງ​ການ​ຂອງ​ບົດ​ລາຍ​ງານ​ຂໍ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນ​ແມ່ນ​ຕ້ອງ​ລາຍ​ງານ, ຕີ​ລາ​ຄາ​ຜົນ​​ກະ​ທົບ​ເຖິງ​ສິ່​ງ​ແວດ​ລ້ອມ, ສະ​ເໜີ​ໃຫ້​ລັດ​ຖະ​ບານ​ເຮັດ​ໃຫ້​ຈະ​ແຈ້ງ​ຕື່ມ​ອີກ ແລະ ຕ້ອງ​ມີ​ເນື້ອ​ໃນ​ນີ້​ກ່ອນ​ທີ່​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດຂໍ​ລົງ​ທຶນ. ທີ​ສອງ, ນີ້​ແມ່ນ​ໂຄງ​ການ​ໃຫ​ຍ່ ແລະ ຍາວ​ນານ. ດັ່ງ​ນັ້ນ​ຕ້ອງ​ມີ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ເຕັກ​ໂນ​ໂລຢ​ີ, ການປະ​ມູ​ນ, ເລືອກ​ເຟັ້ນ​ເຕັກ​ໂນ​ໂລ​ຢີ”