ວັນທິດບໍລິຈາກເລືອດຄັ້ງທີ 7

Chia sẻ
(vovworld)- ວັນ​ທິດ​ບໍ​ລິ​ຈາກ​ເລືອດ ແມ່ນ​ວັນ​ບຸນບໍ​ລິ​ຈາກ​ເລືອດໂດຍ​ສະ​ໝັກ​ໃຈ...
ວັນທິດບໍລິຈາກເລືອດຄັ້ງທີ 7   - ảnh 1
ວັນ​ບຸນບໍ​ລິ​ຈາກ​ເລືອດໂດຍ​ສະ​ໝັກ​ໃຈ

(vovworld)- ວັນ​ທິດ​ບໍ​ລິ​ຈາກ​ເລືອດ ແມ່ນ​ວັນ​ບຸນບໍ​ລິ​ຈາກ​ເລືອດໂດຍ​ສະ​ໝັກ​ໃຈ, ໂດຍ​ໜັງ​ສື​ພິມ​ຕຽນ​ຟອງ​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ທາງຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ, ກົມ​ຄຸ້ມ​ຄອງກວດ, ປິນ​່​ປົວ​ພະ​ຍາດ ແລະ ສະ​ຖາ​ບັນ​ເລືອດ​ສາດ-ສົ່ງ​ເລືອດ​ສູນ​ກາງ​ຈັດ​ຕັ້ງ​ຂຶ້ນ, ແນ​ໃສ່​ປະ​ກອບ​ສ່ວນ​ໂຄ​ສະ​ນາ, ຂົນ​ຂວາຍ​ຂະ​ບວນ​ການບໍ​ລິ​ຈາກ​ເລືອດໂດຍ​ສະ​ໝັກ​ໃຈ ແລະ ແກ້​ໄຂ​ສະ​ພາບ​ຂາດ​ແຄນ​ເລືອດ​ເພື່ອ​ປິ່ນ​ປົວ​ຄົນ​ເຈັບ​ຢູ່​ຕາມ​ໂຮງ​ໝໍ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ. ວັນ​ທິດ​ບໍ​ລິ​ຈາກ​ເລືອດ ຄັ້ງ​ທີ 7 ປີນີ້ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/1ຢູ່​ຮ່າ​ໂນ້ຍ​ດ້ວຍ​ສານ​ທີ່​ວ່າ : “ບໍ​ລິ​ຈາກ​ເລືອດ​ເພື່ອກອບ​ກູ້​ຊີ​ວິດ​ມະ​ນຸດ-ຊີ​ວິດ​ອີນ​ຊີ​ຂອງ​ເພື່ອນ ແລະ ຂ້ອຍ ”.ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ :

    “ ຈົ່ງ​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ໃຫ້​ດີກວ່າ​ອີກ​ເພື່ອ​ໃຫ້​ທຸກໆ​ຄົນ​ເຂົ້າ​ໃຈກ່ຽວ​ກັບ​ຄວາມ​ໝາຍ​ວັດ​ທະ​ນະ​ທຳ​ມະ​ນຸດນີ້. ຂ້າ​ພະ​ເຈົ້າ​ເຊື້່ອ​ໝັ້ນ​ວ່າ ການບໍ​ລິ​ຈາກ​ເລືອດ​ເພື່ອກອບ​ກູ້​ຊີ​ວິດ​ມະ​ນຸດໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ຈະ​ກາຍ​ເປັນ​ຂະ​ບວນ​ການ​ມະ​ຫາ​ຊົນ​ທີ່​ກ້​ວາງ​ຂວາງກວ່າ, ສະ​ແດງ​ໃຫ້​ເຫັນຄວາມ​ໝາຍ​ວັດ​ທະ​ນະ​ທຳ​ມະ​ນຸດອັນ​ເລິກ​ເຊິ່ງ​ຂອງ​ຊາດ​ຫວຽດ​ນາມ. ຂະ​ນະ​ທີ່​ພວກ​ເຮົາ​ຍັງ​ປະ​ສົບ​ກັບ​ຄວາມ​ ກອບ​ກູ້​ຊີ​ວິດ​ມະ​ນຸດ  ”