ວັນທີ 8 ກໍລະກົດ: ຜູ້ຕິດເຊື້ອໂຄວິດ - 19 ຫລຸດລົງເຫຼືອ 800 ຄົນ

Chia sẻ
(VOVWORLD) - ໃນມື້ນີ້, ມີຜູ້ປິ່ນປົ່ວຫາຍດີ 8.755 ຄົນ, ທົບ 10 ເທົ່າເມື່ອທຽບໃສ່ຜູ້ຕິດເຊື້ອໃໝ່ ແລະ ບໍ່ມີໃຜເສຍຊີວິດ.

ວັນທີ 8 ກໍລະກົດ, ແຫຼ່ງຂ່າວປ້ອງກັນ, ຕ້ານພະຍາດໂຄວິດ - 19 ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຜູ້ຕິດເຊື້ອໂຄວິດ - 19 ຫລຸດລົງເຫຼືອ 800 ຄົນໜ້ອຍກ່ວາຜູ້ຕິດເຊື້ອໃນວັນທີ 7 ກໍລະກົດ 113 ຄົນ. ໃນມື້ນີ້, ມີຜູ້ປິ່ນປົ່ວຫາຍດີ 8.755 ຄົນ, ທົບ 10 ເທົ່າເມື່ອທຽບໃສ່ຜູ້ຕິດເຊື້ອໃໝ່ ແລະ ບໍ່ມີໃຜເສຍຊີວິດ.

        ຢູ່ ຫວຽດນາມ, ສາຍພັນ BA.4, BA.5 ໄດ້ປະກົດຕົວ, ໃນ 3 ວັນນີ້, ມີຜູ້ຕິດເຊື້ອຢູ່ໃນລະດັບສູງກ່ວາ 900 ກໍລະນີ/ວັນ; ເພີ່ມຂຶ້ນ 200 ກໍລະນີ/ວັນ ເມື່ອທຽບໃສ່ກ່ອນໜ້ານັ້ນ; ກະຊວງສາທາລະນະສຸກກຳລັງຕິດຕາມສະພາບການໂລກລະບາດຢູ່ໃນໂລກຢ່າງໃກ້ຊິດ.

ຕອບກັບ