ວັນ ບັດຊຳລະ ຫວຽດນາມຄັ້ງທີ 2 – “ໝັ້ນໃຈເປີດທາງ” (ພາບ: nhandan.vn) |
ນີ້ແມ່ນເຫດການເພື່ອແນໃສໂຄສະນາ ແລະ ຂົນຂວາຍປຸກລະດົມໃຫ້ປະຊາຊົນຫຼຸດຜ່ອນການຊຳລະດ້ວຍເງິນສົດ, ເພີ່ມທະວີການໃຊ້ວິທີຊຳລະດ້ວຍເຕັກໂນໂລຢີດີຈີຕອນ ເພື່ອປະຕິບັດຍຸດທະສາດຫັນເປັນດີຈີຕອນແຫ່ງຊາດໃນຂົງເຂດທະນາຄານ.
“ຟອງ Festival” ໄດ້ດໍາເນີນໃນວັນທີ 16 ແລະ 17 ເມສາ, ດຶງດູດທະນາຄານການຄ້າ, ອົງການການເງິນ, ອົງການຈັດຕັ້ງບັດຊຳລະສາກົນຫຼາຍກວ່າ 20 ແຫ່ງ ແລະ ເກືອບ 70 ຮ້ານວາງສະແດງສະໜອງຜະລິດຕະພັນ, ການບໍລິການໃນຫຼາຍອາຊີບ, ຂະແໜງການຄື ອາຫານການກິນ, ການສຶກສາ, ຊື້ - ຂາຍ… ເພື່ອແນໃສ່ແນະນຳເຕັກໂນໂລຢີການຊຳລະທີ່ບໍ່ນຳໃຊ້ເງິນສົດ, ໂຊເຕັກໂນໂລຢີຊຳລະດ້ວຍບັດທະນາຄານທີ່ທັນສະໄໝ ແລະ ກ້າວໜ້າທີ່ສຸດ.