ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຝຶກ​ອົບ​ຮົມ​ກ່ຽວ​ກັບວຽກ​ງານ​ຖະ​ແຫຼງ​ຂ່າວ ​ຮັບ​ໃຊ້​ແກ່​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ

Chia sẻ
(VOVWORLD) -ວັນທີ 2 ມີນາ, ຢູ່ສຳນັກງານໃຫຍ່ຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາຝຶກອົບຮົມກ່ຽວກັບວຽກງານຖະແຫຼງຂ່າວ ຮັບໃຊ້ການໂຄສະນາກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ.
ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຝຶກ​ອົບ​ຮົມ​ກ່ຽວ​ກັບວຽກ​ງານ​ຖະ​ແຫຼງ​ຂ່າວ ​ຮັບ​ໃຊ້​ແກ່​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ - ảnh 1ພິທີປຸກລະດົມການແຂ່ງຂັນ "ນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ" ຂອງ VOV

ກອງປະຊຸມສຳມະນາຝຶກອົບຮົມ ແມ່ນເພື່ອແນໃສ່ນຳສະເໜີກ່ຽວກັບບັນດາເນື້ອໃນສຳຄັນຂອງກອງປະຊຸມໃຫຍ່ໃຫ້ແກ່ພະນັກງານ, ນັກຂ່າວ, ບັນນາທິການ ວິທະຍຸກະຈາຍສຽງ ຫວຽດນາມ. ທ່ານ ຫງວຽນດຶກຮ່າ, ນັກປະຖະກະຖາຂັ້ນສູງ, ອະດີດຫົວໜ້າກົມຮາກຖານພັກ, ຄະນະຈັດຕັ້ງສູນກາງພັກ, ເນັ້ນໜັກວ່າ:

        “ການຮັບຟັງ ແລະ ແລກປ່ຽນກ່ຽວກັບບັນດາເນື້ອໃນໃໝ່ ແລະ ພົ້ນເດັ່ນກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກັບນັກຂ່າວ - ຜູ້ທີ່ເຮັດວຽກງານຖະແຫຼງຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ກໍແມ່ນສິ່ງທີ່ເປັນປະໂຫຍດທີ່ສຸດ. ຂ້າພະເຈົ້າຖືວ່າ ການຊອກຮູ້ດັ່ງກ່າວ ແມ່ນເພື່ອໃຫ້ພວກເຮົານຳມະຕິຂອງກອງປະຊຸມໃຫຍ່ເຂົ້າສູ່ຊີວິດຕົວຈິງ, ນັ້ນແມ່ນສິ່ງທີ່ມີຄວາມໝາຍແທດຈິງທີ່ສຸດ.”.

ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຝຶກ​ອົບ​ຮົມ​ກ່ຽວ​ກັບວຽກ​ງານ​ຖະ​ແຫຼງ​ຂ່າວ ​ຮັບ​ໃຊ້​ແກ່​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ - ảnh 2ພິທີ “ເປີດຕົວໂປຼແກມການເສັງປະລາໄນ ທາງອິນເຕີແນັດ ຊອກຮູ້ກ່ຽວກັບເອກະສານກອງປະຊຸມໃຫຍ່ຂອງພັກ” ຂອງ ອົງຄະນະພັກແຂວງ ລາວກາຍ (ພາບ: TTXVN)

ເພື່ອປ່ຽນແປງໃໝ່, ຍົກສູງຄົນນະພາບຂອງການຮ່ຳຮຽນ, ເຊື່ອມຊຶມ, ຄົ້ນຄວ້າ, ໂຄສະນາ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆໃນບໍລິເວນແຂວງ ອາຍຸການ 2020 – 2025, ວັນທີ 1 ມີນາ, ອົງຄະນະພັກແຂວງ ລາວກາຍ ກໍໄດ້ຈັດພິທີ “ເປີດຕົວໂປຼແກມການເສັງປະລາໄນ ທາງອິນເຕີແນັດ ຊອກຮູ້ກ່ຽວກັບເອກະສານກອງປະຊຸມໃຫຍ່ຂອງພັກ”.

ຕອບກັບ