ວົງການເຈົ້າໜ້າທີ່ຈີນ ຕີລາຄາສູງບົດຂຽນຂອງທ່ານເລຂາທິການໃຫຍ່ແມ່ນ “ການປະກອບສ່ວນຂອງຫວຽດນາມ ໃນການຊອກຫາພັດທະນາຄວາມສີວິໄລຂອງມວນມະນຸດ”

Chia sẻ
(VOVWORLD) -ໃນບົດຂຽນດ້ວຍຫົວຂໍ້ວ່າ “ການປະກອບສ່ວນຫຼາຍກວ່າຂອງ ຫວຽດນາມ ໃນການຊອກຫາ ພັດທະນາຄວາມສີວິໄລຂອງມວນມະນຸດ”
ວົງການເຈົ້າໜ້າທີ່ຈີນ ຕີລາຄາສູງບົດຂຽນຂອງທ່ານເລຂາທິການໃຫຍ່ແມ່ນ “ການປະກອບສ່ວນຂອງຫວຽດນາມ ໃນການຊອກຫາພັດທະນາຄວາມສີວິໄລຂອງມວນມະນຸດ” - ảnh 1
(ທ່ານ ຂານຝາງມິງ, ຮອງຫົວໜ້າກຳມາທິການການຕ່າງປະເທດ, ສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ)

ຫວ່າງມໍ່ໆມານີ້, ບົດຂຽນ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບຄວາມສົນໃຈຈາກບັນດາເຈົ້າໜ້າທີ່ ແລະ ນັກຮຽນຮູ້ ຈີນ.

ໃນບົດຂຽນດ້ວຍຫົວຂໍ້ວ່າ “ການປະກອບສ່ວນຫຼາຍກວ່າຂອງ ຫວຽດນາມ ໃນການຊອກຫາ ພັດທະນາຄວາມສີວິໄລຂອງມວນມະນຸດ”, ທ່ານ ຂານຝາງມິງ, ຮອງຫົວໜ້າກຳມາທິການການຕ່າງປະເທດ, ສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ, ຖືວ່າ ບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄຈ້ແຍກຢ່າງມີລະບົບຄວາມໝາຍ ແລະ ບັນຫາ, ວິທີການ ແລະ ມາດຕະການໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງ ຫວຽດນາມ ໃນຊຸມປີຜ່ານມາ, ຄວາມຢຶດໝັ້ນ ແລະ ຫຼັກໝັ້ນສຳລັບບາງທິດສະດີກ່ຽວກັບພື້ນຖານເສດຖະກິດການຕະຫຼາດ ຕາມການກຳນົດທິດສັງຄົມນິຍົມ ແລະ ຖືມະນຸດເປັນໃຈກາງການພັດທະນາຂອງ ຫວຽດນາມ. ທ່ານປາດຖະໜາວ່າ, 2 ປະເທດ ຫວຽນດນາມ ແລະ ຈິນ ຈະເປີດກວ້າງການຮ່ວມມື, ຮັດແຄບຄວາມບໍ່ລົງລອຍກັນ, ສ້າງຮູບແບບການຮ່ວມມື ພ້ອມກັນຮັບໄຊຊະນະລະຫວ່າງບັນດາພັກການເມືອງ ແລະ ບັນດາປະເທດ, ຮ່ວມແຮງຮ່ວມໃຈ ແລະ ປະກອບສ່ວນຫຼາຍກວ່າອີກໃຫ້ແກ່ສັນຕິພາບຢູ່ພາກພື້ນ.

ຕອບກັບ