ລາວຕັ້ງຄວາມຫວັງພັດທະນາເສດຖະກິດຜ່ານແຫຼ່ງແຮງງານໜຸ່ມ

Chia sẻ
(VOVWORLD) -ທ່່າອ່ຽງປະຊາກອນໜຸ່ມຂອງປະເທດນີ້ຈະສືບຕໍ່ໄດ້ຮັບການຮັກສາຮອດປີ 2045.

ລາວຕັ້ງຄວາມຫວັງພັດທະນາເສດຖະກິດຜ່ານແຫຼ່ງແຮງງານໜຸ່ມ - ảnh 1ປະຈຸບັນ, ລາວມີພົນລະເມືອງລາວ ກວ່າ 60% ແມ່ນນອນໃນເກນອາຍຸໄວໜຸ່ມ

(ພາບປະກອບ)

ກະຊວງແຜນການ ແລະ ການລົງທຶນລາວ ສົມທົບກັບກອງທຶນສຳລັບປະຊາກອນສະຫະປະຊາຊາດ (UNFPA) ຫາກໍ່ຈັດການປະກາດນະໂຍບາຍແຫ່ງຊາດກ່ຽວກັບພົນລະເມືອງ ແລະ ການພັດທະນາໄລຍະ 2019 – 2030 ໂດຍໃຫ້ຮູ້ວ່າ, ປະຈຸບັນ, ມີພົນລະເມືອງລາວ ກວ່າ 60% ແມ່ນນອນໃນເກນອາຍຸໄວໜຸ່ມ ແລະ ສາດອອກແຮງງານ. ທ່່າອ່ຽງປະຊາກອນໜຸ່ມຂອງປະເທດນີ້ຈະສືບຕໍ່ໄດ້ຮັບການຮັກສາຮອດປີ 2045. ນີ້ໄດ້ຮັບຖືວ່າແມ່ນສັນຍານຕັ້ງໜ້າໃຫ້ແກ່ປະເທດລາວ ເມື່ອມີກຳລັງຜູ້ອອກແຮງງານໜຸ່ມໃນອະນາຄົດອັນໃກ້ໆນີ້, ມີຄວາມສາມາດຕອບສະໜອງໄດ້ແຫຼ່ງແຮງງານທີ່ມີສຸຂະພາບແຂງແຮງດີ, ມີສະມັດຕະພາບສູງໃຫ້ແກ່ພື້ນຖານເສດຖະກິດ; ແມ່ນກາລະໂອກາດເພື່ອນະໂຍບາຍແຫ່ງຊາດກ່ຽວກັບປະຊາກອນ ແລະ ການພັດທະນາ ໂດຍບັນດາອົງການຈັດຕັ້ງສາກົນຊ່ວຍເຫຼືອໃຫ້ແກ່ລາວ ຜັນຂະຫຍາຍເພື່ອສະແດງໃຫ້ເຫັນບົດບາດຂອງຕົນຕໍ່ກັບການພັດທະນາຂອງລາວ.

ຕອບກັບ