ລາຍການສະແດງສິລະປະພິເສດ “ດ້ຽນບຽນຝູ - ໄຊຊະນະດັ່ງກ້ອງກັງວານ”

Chia sẻ
(VOVWORLD) - ລາຍການແມ່ນເພື່ອໂຄສະນາກ່ຽວກັບຄວາມໝາຍອັນໃຫຍ່ຫຼວງ, ມີຂອບຂະໜາດຍຸດສະໄໝຂອງໄຊຊະນະ ດ້ຽນບຽນຝູ ປະຫວັດສາດ ປີ 1954
ລາຍການສະແດງສິລະປະພິເສດ “ດ້ຽນບຽນຝູ - ໄຊຊະນະດັ່ງກ້ອງກັງວານ” - ảnh 1ທີ່ລາຍການສະແດງສິລະປະ
(ພາບ: qdnd.vn)

        ຕອນຄ່ຳວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ສູນກະຈາຍສຽງ - ໂທລະພາບກອງທັບ ຫວຽດນາມ ຈັດງານພົບປະແລກປ່ຽນສະແດງສິລະປະພິເສດ “ດ້ຽນບຽນຝູ - ໄຊຊະນະດັ່ງກ້ອງກັງວານ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ (1954 – 2024).

        ລາຍການແມ່ນເພື່ອໂຄສະນາກ່ຽວກັບຄວາມໝາຍອັນໃຫຍ່ຫຼວງ, ມີຂອບຂະໜາດຍຸດສະໄໝຂອງໄຊຊະນະ ດ້ຽນບຽນຝູ ປະຫວັດສາດ ປີ 1954; ເຊີດຊູນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ; ຢືນຢັນວ່າ ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ແມ່ນວິລະກຳປະຫວັດສາດສະເພາະຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນເຫດການມີຂອບຂະໜາດຍຸກສະໄໝຂອງມວນມະນຸດອີກດ້ວຍ, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ, ປົກປ່ອຍຊາດໃນທົ່ວໂລກ.

        ນອກນັ້ນ, ລາຍການກໍ່ມີຫຼາຍບົດສາລະຄະດີໄຈ້ແຍກຂອງນັກຊ່ຽວຊານຄົ້ນຄວ້າປະຫວັດສາດ, ຕົວພະຍານຫຼັກຖານ ແລະ ບັນດານັກຄົ້ນຄວ້າປະຫວັດສາດຢູ່ທັງ ຫວຽດນາມ ແລະ ຝລັ່ງ ກ່ຽວກັບເຫດການ ດ້ຽນບຽນຝູ.

ຕອບກັບ