ລັດເຊຍ ແລະ ອິດສະຣາແອນ ປຶກສາຫາລື ກ່ຽວກັບການຮ່ວມມືດ້ານການທະຫານ ແລະ ສະພາບການຢູ່ຕາເວັນອອກກາງ

Chia sẻ
(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໄດ້ມີການປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານການທະຫານ ແລະ ສະພາບການຢູ່ເຂດຕາເວັນອອກກາງ.
ລັດເຊຍ ແລະ ອິດສະຣາແອນ ປຶກສາຫາລື ກ່ຽວກັບການຮ່ວມມືດ້ານການທະຫານ ແລະ ສະພາບການຢູ່ຕາເວັນອອກກາງ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin Netanyahuປຶກສາຫາລືຜ່ານທາງໂທລະສັບ ກັບ ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin (ພາບ:TASS)

ວັນທີ 31 ມີນາ, ວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໄດ້ມີການປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານການທະຫານ ແລະ ສະພາບການຢູ່ເຂດຕາເວັນອອກກາງ. ການເຈລະຈານີ້ຖືກດໍາເນີນໄປໃນສະພາບການທີ່ນັບມື້ນັບມີຄວາມວິຕົກກັງວົນຫຼາຍຢ່າງວ່າ ສະພາບການຢູ່ເຂດຕາເວັນອອກກາງພວມຮ້າຍແຮງກວ່າເກົ່າ, ພາຍຫຼັງເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ລົງນາມໃນລັດຖະບັນຍັດຮັບຮອງເອົາເຂດ ພູພຽງ Golan ແມ່ນຂຶ້ນກັບ ອະທິປະໄຕຂອງ ອິດສະຣາແອັນ ຫວ່າງແລ້ວນີ້, ພາຍຫຼັງເກືອບ 4 ເດືອນ ທີ່ ອາເມລິກາ ຮັບຮອງເອົາ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອັນ.


ຕອບກັບ