ລັດເຊຍ - ຈີນ - ອິນເດຍ ເຫັນດີ ຊຸກຍູ້ລະບົບຫຼາຍຝ່າຍກັບ ສະຫະປະຊາຊາດ

Chia sẻ
(VOVWORLD) -ຄວນຄັດຄ້ານລັດທິຝ່າຍດ່ຽວ ແລະ ລັດທິອາລັກຂາ ຢ່າງເດັດດ່ຽວ, ສືບຕໍ່ຊຸກຍູ້ສິດເສລີ ແລະ ສ້າງເງື່ອນໄຂໃຫ້ແກ່ດ້ານການຄ້າ ແລະ ການລົງທຶນ ແລະ ຊຸກຍູ້ການສ້າງພື້ນເສດຖະກິດໂລກເປີດ.

        ວັນທີ 27 ກຸມພາ, ບັນດາປະເທດ ລັດເຊຍ, ຈີນ ແລະ ອິນເດຍ ເຫັນດີ ເພີ່ມທະວີການສົມທົບ ແລະ ຮ່ວມມືກັນ, ເດັດດ່ຽວຮັກສາລັດທິຫຼາຍຝ່າຍ ແລະ ພ້ອມກັນຕ້ານການກໍ່ການຮ້າຍ. ຂໍ້ຕົກລົງດັ່ງກ່າວບັນລຸໄດ້ໃນກອງປະຊຸມລັດຖະມົນຕີສາມຝ່າຍ ຄັ້ງທີ 16 ຢູ່ ແຂວງຢູເຈິນ, ຈຽນແຈ໋ງ ປະເທດຈີນ ດ້ວຍການເຂົ້າຮ່ວມຂອງທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດ ຈີນ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ແລະ ຄູ່ຕໍາແໜ່ງ ອິນເດຍ Sushma Swaraj.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ໃຫ້ຮູ້ວ່າ ຈີນ, ລັດເຊຍ ແລະ ອິນເດຍ ຄວນເພີ່ມທະວີການຮ່ວມມື ແລະ ເຫັນດີເຫັນພ້ອມເພື່ອພ້ອມກັນຊຸກຍູ້ສ້າງສັນຕິພາບ ແລະ ສະຖຽນລະພາບຢູ່ໃນໂລກ. ທ່ານ ຫວາງອີ້ ເນັ້ນໜັກວ່າ ຄວນຄັດຄ້ານລັດທິຝ່າຍດ່ຽວ ແລະ ລັດທິອາລັກຂາ ຢ່າງເດັດດ່ຽວ, ສືບຕໍ່ຊຸກຍູ້ສິດເສລີ ແລະ ສ້າງເງື່ອນໄຂໃຫ້ແກ່ດ້ານການຄ້າ ແລະ ການລົງທຶນ ແລະ ຊຸກຍູ້ການສ້າງພື້ນເສດຖະກິດໂລກເປີດ.

        ສ່ວນທ່ານ Sergei Lavrov ແລະ Sushma Swaraj ຖືວ່າ ປະຊາຄົມສາກົນ ຄວນເຄົາລົບປະຕິບັດຫຼັກການຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ. ພ້ອມທັງຮຽກຮ້ອງ ທັງສາມປະເທດປະກອບສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພື້ນຖານຫຼາຍຝ່າຍ ເພື່ອເພີ່ມທະວີການຮ່ວມມື ແລະ ຮ່ວມກັນປະກອບສ່ວນຫຼາຍກວ່າອີກ ເຂົ້າໃນການແກ້ໄຂບັນດາບັນຫາທີ່ຮ້ອນເຮັ່ງໃນພາກພື້ນ ແລະ ໃນໂລກ.


ຕອບກັບ