ລັດ​ເຊຍ - NATO ອາດ​ຈະດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ

Chia sẻ
(VOVWORLD) -ສ່ວນທາງຝ່າຍລັດເຊຍ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ຢັ້ງຢືນວ່າ: ລັດເຊຍໄດ້ຮັບ ຂໍ້ສະເໜີຈັດຕັ້ງກອງປະຊຸມສະພາລັດເຊຍ - NATO ຂອງ NATO ແລ້ວ.
ລັດ​ເຊຍ  - NATO ອາດ​ຈະດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ - ảnh 1ທ່ານ Jens Stoltenberg ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO)
(ພາບ: Countercurrents.org)

ທ່ານ Jens Stoltenberg ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ຕົກລົງສະເໜີວັນຈັດຕັ້ງກອງປະຊຸມສະພາລັດເຊຍ - NATO ໃນວັນທີ 12 ມັງກອນ ປີ 2022. NATO ໄດ້ເຈລະຈາກັບ ລັດເຊຍ ເພື່ອຈັດຕັ້ງກອງປະຊຸມຄັ້ງນີ້. ທ່ານ Jens Stoltenberg ເນັ້ນໜັກວ່າ NATO ພ້ອມແລ້ວທີ່ຈະເຈລະຈາ ແຕ່ຈະບໍ່ຜ່ອນສັ້ນຜ່ອນຍາວກ່ຽວກັບບັນຫາສິດຂອງ ຢູແກຼນ ໃນການຄັດເລືອກເສັ້ນທາງ ກໍ່ຄືການເຂົ້າຮ່ວມ NATO ແລະ ສິດຂອງບັນດາປະເທດສະມາຊິກ NATO ໃນການປົກປ້ອງພັນທະມິດຂອງເຂົາເຈົ້າ.

ສ່ວນທາງຝ່າຍລັດເຊຍ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ຢັ້ງຢືນວ່າ: ລັດເຊຍໄດ້ຮັບ ຂໍ້ສະເໜີຈັດຕັ້ງກອງປະຊຸມສະພາລັດເຊຍ - NATO ຂອງ NATO ແລ້ວ. ທ່ານນາງ Maria Zakharova ຢ້ຳຄືນວ່າ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາໂດຍກົງກ່ຽວກັບບັນດາຂໍ້ສະເໜີຄວາມໝັ້ນຄົງ ເພື່ອແນໃສ່ສະກັດກັ້ນເລື່ອງ NATO ເປີດກ້ວາງ ການເຄື່ອນໄຫວໄປສູ່ທາງທິດຕາເວັນອອກ ແລະ ຜັນຂະຫຍາຍອາວຸດຢູ່ເຂດໃກ້ຊາຍແດນ ລັດເຊຍ. ທ່ານນາງໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ ນີ້ແມ່ນບັນດາບັນຫາສຳຄັນຕໍ່ລັດເຊຍ ໃນບັນດາການເຈລະຈາທີ່ຈະມາເຖິງກັບ NATO.

ສະພາ ລັດເຊຍ - NATO ໄດ້ສ້ງຕັ້ງຂຶ້ນແຕ່ ປີ 2002 ແມ່ນກົນໄກປຶກສາຫາລື, ຮ່ວມມື ພ້ອມກັນຍົກອອກບັນດາລັດຖະນະໂຍບາຍ ແລະ ການກະທຳລວມ ກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສະພາລັດເຊຍ - NATO ໄດ້ຈັດກອງປະຊຸມຄັ້ງຫຼ້າສຸດແມ່ນໃນເດືອນກໍລະກົດ ປີ 2019.

ຕອບກັບ