ລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ພົບປະ 2 ຝ່າຍກັບລັດຖະມົນຕີປ້ອງກັນປະເທດ ຈີນ

Chia sẻ
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟູ່ງກວາງ​ແທງ ​ໄດ້​ມີ​ການພົບ​ປະ 2 ຝ່າຍ​ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ຈ່າງ​ອວານ​ແຈ໊ວ​ນ
ລັດຖະມົນຕີປ້ອງກັນປະເທດ ຫວຽດນາມ ພົບປະ 2 ຝ່າຍກັບລັດຖະມົນຕີປ້ອງກັນປະເທດ ຈີນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟູ່ງກວາງ​ແທງ ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ຈ່າງ​ອວານ​ແຈ໊ວ​ນ
(ພາບ: Quân Thủy/TTXVN)

(​vovworld) – ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາຊຽນ ຄັ້ງທີ 7 (ADMM 7)  ຢູ່​ບຣູ​ໄນ, ຕອນ​ຄຳ່​ວັນ​ທີ 7/5, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟູ່ງກວາງ​ແທງ ​ໄດ້​ມີ​ການພົບ​ປະ 2 ຝ່າຍ​ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ຈ່າງ​ອວານ​ແຈ໊ວ​ນ​ ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ຊີ້​ແຈ້ງວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ ຈີນ ນັບຖື​ສາຍ​ພົວພັນ​ສະໜິດ​ຕິດ​ພັນ, ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ​ໂດຍ​ທ່ານ​ປະທານ ມາວ​ເຈີ​ຕູ​ງ​ ​ແລະ ປະທານ ​ໂຮ່ຈີມ​ິນ ກໍ່​ຕັ້ງ. ຈີນ ຖື​ການ​ພົວພັນ​ກັບ ຫວຽດນາມ ​ເປັນ​ສຳຄັນ ​ແລະ ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ລະຫວ່າ​ງ 2 ປະ​ເທດ ​ເວົ້າ​ລວມ, ການ​ພົວພັນ​ດ້ານ​ປ້ອງ​ກັນ​ປະ​ເທດ​ເວົ້າ​ສະ​ເພາະ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟູ່ງກວາງ​ແທງ ຢືນຢັນ​ວ່າ: ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຄວາມ​ສາມັກຄີ​ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ຄວາມໄວ້​ເນື້ອ​ເຊື່​ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ຫວຽດນາມ ​ແລະ ຈີ​ນ ​ເປັນ​ປັດ​ໄຈ​ສຳຄັນ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ທ່ານ​ລັດຖະມົນຕີ​ ຟູ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ:  ຫວຽດນາມ​ ​ແລະ ຈີນ ມີ​ບາງ​ບັນຫາ​ທີ່ຍັງ​ຄົງ​ຂ້າງກ່ຽວ​ກັບ​ທະ​ເລ ​ໂດຍ​ປະ​ຫວັດ​ສາດ​ປະ​ໄວ້​​. 2 ຝ່າຍ​ຄວນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ ​ແລະ ຄວາມ​ຮັບ​ຮູ້​ລວມ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ປ​ະ​ເທດ​ບັນລຸ​ໄດ້​ຢ່າງ​ເດັດຂາດ, ພ້​ອມກັນ​ແກ້​ໄຂ​ການ​ພິພາດ​ບົນ​ທະ​ເລ​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ, ບົນ​ພື້ນຖານ​ກົດໝາຍສາກົນ, ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ມານະ​ພະຍາຍາມ​ຊຸກຍູ້​ປະມວນ​ຫຼັກການ​ກ່ຽວ​ກັບ​ການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ລະຫວ່າງ ອາ​ຊຽນ ​ແລະ ຈີນ.