(ພາບປະກອບ) (vovworld) – ໃນສະພາບຄວາມເຄັ່ງຕຶງຢູ່ເຂດກາຊາ ພວມບິນຂັ້ນໄດ, ລັດຖະບານປ້ອງກັນຄວາມສະຫງົບອິດສຣາແອນ ໄດ້ຕັດສິນອະນຸຍາດໃຫ້ກອງທັບລະດົມທະຫານສຳຮອງເຖິງ 40.000 ຄົນເຂົ້າຮ່ວມການບຸກໂຈມຕີໃສ່ເຂດກາຊາ. ວັນທີ 08/07, ສື່ມວນຊົນອິດສະຣາແອນ ໃຫ້ຮູ້ວ່າ, ໃນຕໍ່ໜ້າກອງທັບປະເທດນີ້ ຍັງບໍ່ທັນມີແຜນການລະດົມທະຫານສຳຮອງທັງໝົດນີ້ ແຕ່ຄຳສັ່ງອາດຈະຖືກຍົກອອກມາໃນບໍ່ວ່າເວລາໃດ ຖ້າຫາກບັ້ນຮົບບຸກໂຈມຕີຈຳເປັນຕ້ອງໄດ້ຮັບການເປີດກວ້າງ. ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດອິດສຣາແອນ Moshe Ya’alon ແລ້ວ, ນີ້ແມ່ນສ່ວນໜຶ່ງໃນບັ້ນຮົບທີ່ໃສ່ຊື່ວ່າ “ປົກປັກຮັກສາເສັ້ນຊາຍແດນ”. ບັ້ນຮົບດັ່ງກ່າວອາດຈະດຳເນີນໄປໃນໄລຍະຍາວ ແລະ ກອງທັບອິດສຣາແອນ ມີສິດຍິງໂຕ່ຕອບບັນດາມືປືນຂອງກຳລັງ Hamas ຢ່າງແຮງ ການບຸກໂຈມຕີທາງອາກາດຂອງຂະບວນການດັ່ງກ່າວໃນຊຸມມືຜ່ານມາ. ໃນຂະນະນັ້ນ, ກ່າວຄຳເຫັນໃນແວບໄຊ Walla!, ເຈົ້າໜ້າທີ່ອິດສຣາແອນ ຄົນໜຶ່ງບໍ່ເຜີຍຊື່ ຊີ້ແຈ້ງຈຸດປະສົງຕົ້ນຕໍຂອງບັ້ນຮົບແມ່ນເພື່ອແນໃສ່ທຳລາຍລະບົບຍິງລູກສອນໄຟທັງໝົດຂອງ Hamas. ຕໍ່ໜ້າສະພາບການພວມປີນຂັ້ນໄດຢູ່ເຂດກາຊາ, ສະຫະພັນອາຣັບ ໄດ້ອອກສຽງຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດຮຽກໂຮມກອງປະຊຸມດ່ວນ ເພື່ອປຶກສາຫາລືກ່ຽວກັບການບຸກໂຈມຕີທີ່ນອງເລືອດຂອງອິດສຣາແອນ ໃສ່ເຂດກາຊາ. Từ khóa: vovworld vov ເຂດກາຊາ
30 ປິແຫ່ງການພົວພັນ ຫວຽດນາມ -ກຣົວຊີ: ລັດຖະມົນຕີການຕ່າງປະເທດ ກຣົວຊີ ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການຮ່ວມມືທີ່ເຕັມໄປດ້ວຍຄວາມໝັ້ນໝາຍ
ການປະທະກັນ ຮາມາດສ - ອິດສະລາແອັນ: ບໍ່ມີຄວາມຄືບໜ້າໃໝ່ໃນການເຈລະຈາຂໍ້ຕົກລົງຢຸດຍິງ