ລົງນາມລາຍການສົມທົບວຽກງານລະຫວ່າງອົງຄະນະພັກກຸ່ມວິສາຫະກິດສູນກາງ ແລະ VOV

Chia sẻ

(vovworld) –  ອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ​ແລະ ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ລາຍການ​ສົມທົບ​ວຽກ​ງານ​ໄລຍະ 2014 – 2019.

ລົງນາມລາຍການສົມທົບວຽກງານລະຫວ່າງອົງຄະນະພັກກຸ່ມວິສາຫະກິດສູນກາງ ແລະ VOV - ảnh 1
(ພິທີລົງ​ນາມ​ລາຍການສົມທົບວຽກ​ງານລະຫວ່າງ​
ອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ​ແລະ VOV)


(vovworld) –  ຕອນ​ບ່າຍ​ວັນ​ທີ 06/08, ຢູ່​ຮ່າ​ໂນ້ຍ, ອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ​ແລະ ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ລາຍການ​ສົມທົບ​ວຽກ​ງານ​ໄລຍະ 2014 – 2019.

        ຕາມ​ລາຍການ​ສົມທົບ​ກັນ, 2 ຝ່າຍ​ຈະ​ໂຄສະນາ​ແຜນ​ນະ​ໂຍບາຍ, ​ແນ​ວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ, ​ແຜນ​ນະ​ໂຍບາຍ, ມະຕິ​ຂອງ​ອົງຄະ​ນະ​ພັກກຸ່ມ ​ແລະ ບັນດາ​ບັ້ນ​ຂົນຂວາຍ​ໃຫຍ່ ຕິດ​ພັນ​ກັບ​ການ​​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ; ​ໂຄສະ​ນາ​ໝາກຜົນ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ, ວຽກ​ງານ​ກໍ່ສ້າງ​ພັກ, ບັນດາ​ເຫດການ​ພົ້ນ​ເດັ່ນ​ໃນ​ວິວັດ​ການ​ຊັບຊ້ອນ, ປ່ຽນ​ໃໝ່, ຍົກ​ສູງປະສິດ​ທິຜົນ​ວິ​ສາ​ຫະກິດ​ແຫ່ງ​ລັດ​ພັດທະນາ​ເສດຖະກິດຕິດ​ພັນກັບ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ…

        ຕາງ​ໜ້າ​ໃຫ້ການ​ນຳ VOV, ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່​ VOV ​ເນັ້ນ​ໜັກ​ວ່າ ​ເລື່ອງ​ລົງ​ນາມ​ໃນ​ລາຍການ​ສົມທົບ​ວຽກ​ງານ​ໄລຍະ 2014 – 2019 ລະຫວ່າງ VOV ກັບ ອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ​ໄດ້​ປະ​ກອບ​ສ່ວນ​ໂຄສະນາ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ການ​ເຄື່ອນ​ໄຫວ​ທຸກ​ດ້ານຂອງລັດ​ວິ​ສາ​ຫະກິດ​ ​ເພື່ອ​ໃຫ້​ປະຊາຊົນທຸກ​ຊັ້ນ​ວັນນະ ​ແລະ ທົ່ວ​ສົງ​ຄົມ​​ເອົາ​ໃຈ​ໃສ່ ​ແລະ ສະ​ໜັບສະ​ໜູນ.