ຢູ​ແກຼນ ຮັບ​ບ້ວງ​ເງິນ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃໝ່​ຈາກ EU

Chia sẻ
(VOVWORLD) - EU ໄດ້ສະໜອງບ້ວງເງິິນທັງໝົດ 31 ຕື້ ເອີໂຣ ໃຫ້ແກ່ ຢູແກຼນ, ເຊິ່ງປັດຈຸບັນ ແມ່ນແຫຼ່ງສະໜອງບ້ວງເງິນໃຫຍ່ສຸດທີ່ໄດ້ສະໜອງໃຫ້ປະເທດ ເອີຣົບຕາເວັນອອກນີ້ ນັບແຕ່ເມື່ອເກີດການປະທະກັນ ກັບ ລັດເຊຍ ໃນເດືອນ ກຸມພາ 2022.
ຢູ​ແກຼນ ຮັບ​ບ້ວງ​ເງິນ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃໝ່​ຈາກ EU - ảnh 1ສຳນັກງານຄະນະກຳມະການເອີຣົບ ຢູ່ ບຣຸກແຊນ  (ພາບ: TTXVN)

ວັນທີ 24 ເມສາ, ວົງການເຈົ້າໜ້າທີ່ ຢູແກຼນ ໃຫ້ຮູ້ວ່າ ໄດ້ຮັບບ້ວງເງິນໜູນຊ່ວຍໃໝ່ຈາກ ສະຫະພາບເອີຣົບ (EU), ລວມມູນຄ່າ 1,5 ຕື້ ເອີໂຣ (1,6 ຕື້ USD), ພ້ອມທັງຫວັງວ່າ ຈະໄດ້ຮັບບ້ວງເງິນຊ່ວຍເຫຼືອທີ່ມີມູນຄ່າ 10 ຕື້ ເອີຣົບໃນທ້າຍປີ 2024 ນີ້ ຕື່ມອີກ. ຕາມທ່ານລັດຖະມົນຕີການເງິນ ຢູແກຼນ Serhiy Marchenko ແລ້ວ, EU ໄດ້ສະໜອງບ້ວງເງິິນທັງໝົດ 31 ຕື້ ເອີໂຣ ໃຫ້ແກ່ ຢູແກຼນ, ເຊິ່ງປັດຈຸບັນ ແມ່ນແຫຼ່ງສະໜອງບ້ວງເງິນໃຫຍ່ສຸດທີ່ໄດ້ສະໜອງໃຫ້ປະເທດ ເອີຣົບຕາເວັນອອກນີ້ ນັບແຕ່ເມື່ອເກີດການປະທະກັນ ກັບ ລັດເຊຍ ໃນເດືອນ ກຸມພາ 2022. ນອກຈາກນັ້ນ, ອາເມລິກາ ກໍແມ່ນປະເທດຊ່ວຍເຫຼືອດ້ານການເງິນສຳຄັນຂອງ ຢູແກຼນ. ທ່ານ Marchenko ເນັ້ນໜັກວ່າ: “ການຊ່ວຍເຫຼືອສາກົນ ແມ່ນຂໍ້ກຸນແຈເພື່ອຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ ແລະ ສ້າງພື້ນຖານໃຫ້ແກ່ການເຕີບໂຕເສດຖະກິດ”.

        ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການອະນຸຍາດໃຫ້ຊ່ວຍເຫຼືອການທະຫານເພີ່ມເຕີມໃຫ້ແກ່ ຢູແກຼນ. ພາຍຫຼັງເຫດການນີ້, ທຳນຽບ 5 ແຈ ໄດ້ປະກາດບ້ວງເງິນຊ່ວຍເຫຼືອທີ່ມີມູນຄ່າ  1 ຕື້ USD ໃຫ້ແກ່ Kiev ຢ່າງວ່ອງໄວ, ໃນນັ້ນ, ເອົາໃຈໃສ່ເຖິງຄວາມຕ້ອງການທີ່ຈຳເປັນກ່ຽວກັບອາວຸດຍຸດໂທປະກອນປ້ອງກັນອາກາດ ແລະ ລູກລະເບີດຂອງ ຢູແກຼນ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ