ມານະພະຍາຍາມຊຸກຍູ້ສັນຍາການຄ້າເສລີຫວຽດນາມ-ອີຢູ

Chia sẻ
(VOVWORLD) -ຄວນຍູ້ໄວການລົງນາມໃນສັນຍາການຄ້າເສລີ ແລະ ນຳໃຊ້ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້. ນີ້ແມ່ນຄຳເຫັນເປັນເຈົ້າພາທາງຂອງວົງການເຈົ້າໜ້າທີ່, ວິສາຫະກິດເອີລົບ ແລະ ຫວຽດນາມ ທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ

ມານະພະຍາຍາມຊຸກຍູ້ສັນຍາການຄ້າເສລີຫວຽດນາມ-ອີຢູ - ảnh 1 ມານະພະຍາຍາມຊຸກຍູ້ສັນຍາການຄ້າເສລີຫວຽດນາມ-ອີຢູ

(ພາບ: TTXVN)

“ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ບັນດາຜົນປະໂຫຍດໃຫ້ແກ່ວິສາຫະກິດເອີລົບ ແລະ ວິວັດທະນາການປະຕິຮູບຢູ່ຫວຽດນາມ” ຖືກດຳເນີນໃນຕອນບ່າຍວັນທີ 07 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ ບຣຸກແຊນ, ແຫ່ງລາຊະອານາຈັກແບນຊິກ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ ເວືອງເທື່ອຟອງ ໄດ້ຕີລາຄາການສະໜັບສະໜູນຂອງປະຊາຄົມວິສາຫະກິດເອີລົບ ສຳລັບ EVFTA ແມ່ນມີຄວາມສຳຄັນຍິ່ງ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ໃນສະພາບການໂລກມີການປ່ຽນແປງຢ່າງວ່ອງໄວ, ປັດໃຈດ້ານເວລາແມ່ນທ່າແຮງຕົ້ນຕໍ ສະນັ້ນບັນດາຝ່າຍຕ້ອງມານະພະຍາຍາມເພື່ອແນໃສ່ປະຕິບັດ ແລະ ນຳສັນຍາການຄ້າເສລີຫວຽດນາມ - ອີຢູ ເຂົ້າສູ່ຊີວິດຕົວຈິງໂດຍໄວ. ທ່ານຫົວໜ້າຄະນະເຈລະຈາອີຢູ Mauro Petriccione ໃຫ້ຮູ້ວ່າ, ໃນສານສະຫະພັນຈະມາເຖິງຂອງທ່ານປະທານ EC Jean Claude Junker, ບັນດາສັນຍາການຄ້າເສລີດ້ານການຄ້າຈະມີທີ່ຕັ້ງສຳຄັນທີ່ສຸດ. ທ່ານຖືວ່າ, ເລື່ອງລົງນາມໃນບັນດາສັນຍາການຄ້າເສລີລະຫວ່າງອີຢູ ກັບບັນດາຄູ່ຮ່ວມມືໂດຍໄວແມ່ນມີຄວາມຈຳເປັນທີ່ສຸດ. ທ່ານໃຫ້ຮູ້ວ່າ, ອີຢູ ມີແຜນນະໂຍບາຍຮັບຮອງເອົາ EVFTA ໃນປີ 2018 ແລະ ນຳໃຊ້ສັນຍາດັ່ງກ່າວໄວທີ່ສຸດທີ່ສາມາດເປັນໄປໄດ້.

ຕອບກັບ