ມະ​ຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕ້ັ້ງ ແລະ ​ການເຄື່ອນ​ໄຫວ​ຂອງ​ກຳ​ມະ​ບານ ຫວຽດ​ນາມ ໃນ​ສະ​ພາບ​ການ​ໃໝ່

Chia sẻ
(VOVWORLD) -ເປົ້າໝາຍສັງລວມຂອງມະຕິແມ່ນ ສ້າງກຳມະບານຫວຽດນາມໃຫ້ໝັ້ນຄົງເຂັ້ມແຂງ, ຮອບດ້ານ, ມີກຳລັງຄວາມສາມາດຮັບມື ແລະ ແກ້ໄຂບັນດາບັນຫາທີ່ໄດ້ວາງອອກ, ປະຕິບັດພາລະໜ້າທີ່ໃນສະພາບການໃໝ່ໃຫ້ເປັນຢ່າງດີ.
ມະ​ຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕ້ັ້ງ ແລະ ​ການເຄື່ອນ​ໄຫວ​ຂອງ​ກຳ​ມະ​ບານ ຫວຽດ​ນາມ ໃນ​ສະ​ພາບ​ການ​ໃໝ່ - ảnh 1ພາບປະກອບ

ວັນທີ 12 ມິຖຸນາ, ຕາງໜ້າກົມການເມືອງ, ທ່ານ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ເຊັນປະກາດໃຊ້ມະຕິເລກທີ 2 ຂອງກົມການເມືອງ ກ່ຽວກັບການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມະບານ ຫວຽດນາມ ໃນສະພາບການໃໝ່.

ເປົ້າໝາຍສັງລວມຂອງມະຕິແມ່ນ ສ້າງກຳມະບານຫວຽດນາມໃຫ້ໝັ້ນຄົງເຂັ້ມແຂງ, ຮອບດ້ານ, ມີກຳລັງຄວາມສາມາດຮັບມື ແລະ ແກ້ໄຂບັນດາບັນຫາທີ່ໄດ້ວາງອອກ, ປະຕິບັດພາລະໜ້າທີ່ໃນສະພາບການໃໝ່ໃຫ້ເປັນຢ່າງດີ.

ເປົ້າໝາຍລະອຽດແມ່ນຮອດປີ 2030 ສູ້ຊົນ ມີ ສະມາຊິກກຳມະບານ 16,5 ລ້ານຄົນ, ບ່ອນໃດຍັງບໍ່ມີອົງການຕາງໜ້າໃຫ້ແກ່ຜູ້ອອກແຮງງານ ຕ້ອງເຕົ້າໂຮມຜູ້ອອກແຮງານສ່ວນຫຼາຍ ເພື່ອເຂົ້າຮ່ວມບາງການເຄື່ອນໄຫວຂອງ ກຳມະບານຫວຽດນາມ, ຮອດປີ 2045 ຜູ້ອອກແຮງງານເກືອບທັງໝົດ ຢູ່ບັນດາຮາກຖານ ແມ່ນສະມາຊິກກຳມະບານຫວຽດນາມ, 99% ວິສາຫະກິດ, ຫົວໜ່ວຍມີອົງການກຳມະບານລົງນາມໃນສັນຍາອອກແຮງງາລວມໝູ່.

ຕອບກັບ