ມອ​ບຫຼຽນ​ກາ​ລະ​ນຶກ ​ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ​ໃຫ້​ແກ່​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ

Chia sẻ
(VOVWORLD) - ເຖິງວ່າດຳລົງຕຳແໜ່ງໃດ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຈະຍັງຄົງສືບຕໍ່ມີຄວາມສົນໃຈ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ລາວ - ຫວຽດນາມ.
ມອ​ບຫຼຽນ​ກາ​ລະ​ນຶກ ​ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ​ໃຫ້​ແກ່​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ມອບຫຼຽນກາລະນຶກ  ໃຫ້ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ (ພາບ: qdnd.vn)

ຕອນຄ່ຳວັນທີ 28 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເພື່ອແນໃສ່ເຊີດຊູບັນດາການປະກອບສ່ວນຂອງ ທ່ານໃນການປັບປຸງ ແລະ ເພີ່ມທະວີການພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ.

ຕາມທ່ານ ຟານແອັງເຊີນແລ້ວ, ບັນດາບາດກ້າວພັດທະນາສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ລາວ ກໍ່ຄືການພົບປະແລກປ່ຽນປະຊາຊົນໃນ 4 ປີ ຜ່ານມາລ້ວນແຕ່ມີການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ແລະ ການສົມທົບກັນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງ ສະຖານທູດ ລາວ ປະຈຳ ຫວຽດນາມ. ທ່ານປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຟານແອັງເຊີນເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ເຖິງວ່າດຳລົງຕຳແໜ່ງໃດ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຈະຍັງຄົງສືບຕໍ່ມີຄວາມສົນໃຈ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ລາວ - ຫວຽດນາມ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.

ຕອບກັບ