ມອບລາງວັນຄົ້ນຄ້ວາທະເລຕາເວັນອອກປີ 2018

Chia sẻ
(VOVWORLD) - ວັນທີ 02 ກໍລະກົດ, ທີ່ຮ່າໂນ້ຍ, ກອງທຶນໜູນຊ່ວຍຄົ້ນຄວ້າທະເລຕາເວັນອອກ (FESS) ໄດ້ຈັດຕັ້ງພິທີມອບລາງວັນຄົ້ນຄວ້າທະເລປີ 2018. 
 ມອບລາງວັນຄົ້ນຄ້ວາທະເລຕາເວັນອອກປີ 2018 - ảnh 1  ພິທີມອບລາງວັນຄົ້ນຄ້ວາທະເລຕາເວັນອອກປີ 2018

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເລກົງຟຸງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານສະພາຄຸ້ມຄອງກອງທຶນໃຫ້ຮູ້ວ່າ: ນີ້ເປັນຄັ້ງທີ 7 ກອງທຶນ FESS ປຸກລະດົມຂະບວນການຄົ້ນຄວ້າກ່ຽວກັບທະເລຕາເວັນອອກ. ທ່ານກ່າວວ່າ:

        “6 ປີຜ່ານມາ, ມີພະນັກງານ, ນັກຄົ້ນຄວ້າຫລາຍຄົນໄດ້ເຂົ້າຮ່ວມລາຍການນີ້. ມາຮອດປັດຈຸບັນ, ໄດ້ມີບົດຂຽນ, ຫົວເລື່ອງ, ໂຄງການກ່ຽວກັບທະເລຕາເວັນອອກປະມານ 500 ເລື່ອງ. ບັນດາກິດຈະກຳນີ້ ມີຄຸນຄ່າໃນການຄົ້ນຄວ້າ ແລະ ຄຸນຄ່າດ້ານການເມືອງອັນໃຫຍ່ຫລວງ ແລະ ສິ່ງສຳຄັນກ່ວານັ້ນ ແມ່ນການສ້າງກະແສຟອງໃນຊາວໜຸ່ມ, ນັກຮຽນຮູ້ມີແນວຄວາມຄິດກ່ຽວກັບທະເລຕາເວັນອອກ.

       ຜ່ານການກວດຂຽນ ແລະ ກວດບັນລະຍາຍແລ້ວ, ສະພາຜູ້ກວດບົດຂອງກອງທຶນໄດ້ເລືອກເອົາກິດຈະການຄົ້ນຄວ້າ 1 ເລື່ອງ, ບົດຂຽນຄົ້ນຄວ້າ 8 ບົດ (ໃນນັ້ນມີ 3 ບົດຄົ້ນຄວ້າດີເລີດ ແລະ 5 ບົດຄົ້ນຄວ້າດີເດັ່ນ) ແລະ  6 ຜະລິດຕະພັນສື່ມວນຊົນກ່ຽວກັບທະເລຕາເວັນອອກເພື່ອມອບລາງວັນ.

ຕອບກັບ