ມີ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ເກືອບ 400.000 ເທື່ອຄົນ ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ການ​ທ່ອງ​ທ່ຽວ​ທະ​ເລ ຍາ​ຈາງ

Chia sẻ
(VOVWORLD) -  ງານມະໂຫລານການທ່ອງທ່ຽວທະເລ ຍາຈາງ ປີ 2024, ໄດ້ດຳເນີນແຕ່ວັນທີ 13 – 16 ມິຖຸນາ, ຄາດວ່າ ຈະດຶງດູດນັກທ່ອງທ່ຽວເກືອບ 400.000 ເທື່ອຄົນ. ນີ້ແມ່ນຂໍ້ມູນໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ແຄັງຮວ່າ ເຜີຍໃຫ້ຮູ້ໃນພິທີປິດງານມະໂຫລານ, ທີ່ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 16 ມິຖຸນາ, ຢູ່ນະຄອນ ຍາຈາງ, ແຂວງ ແຄັງຮວ່າ.
ມີ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ເກືອບ 400.000 ເທື່ອຄົນ ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ການ​ທ່ອງ​ທ່ຽວ​ທະ​ເລ ຍາ​ຈາງ - ảnh 1ມີເກືອບ 30 ກິດຈະກຳ, ເຫດການທີ່ເປັນເອກະລັກຖືກຈັດຂຶ້ນໃນງານມະໂຫລານການທ່ອງທ່ຽວທະເລຍາຈາງ ປີ 2024 ນີ້ (ພາບ: VOV)

ພາຍໃຕ້ຫົວຂໍ້ “ອ່າວມະນີ ຍາຈາງ ປະກາຍແຈ້ງ”, ມີເກືອບ 30 ກິດຈະກຳ, ເຫດການທີ່ເປັນເອກະລັກຖືກຈັດຂຶ້ນໃນງານມະໂຫລານການທ່ອງທ່ຽວທະເລຍາຈາງ ປີ 2024 ນີ້, ເຊັ່ນ: ງານມະໂຫລານສິລະປະຢູ່ຕາມທ້ອງຖະໜົນ; ລາຍການສະແດງແຟຊັນ Bikini; ງານບຸນອາຫານການກິນ, ງານບຸນເບຍ, ງານບຸນກາເຟ, ງານບຸນໝາກໄມ້ ແລະ ອາຫານພື້ນເມືອງຂອງເຂດພາກ; ລາຍການ “ຊຸດເສື້ອຍາວນະຄອນທະເລຍາຈາງ”… ນອກຈາກນັ້ນ, ຍັງມີຮ້ານວາງສະແດງສິນຄ້າ, ອາຫານການກິນ 200 ຮ້ານ ຢູ່ສະໜາມຫຼວງທີ 2 ເມສາ, ໃຈກາງນະຄອນ ຍາຈາງ ອີກດ້ວຍ. ທ່ານນາງ ຫງວຽນທິເລະແທັງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ແຄັງຮວ່າ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຈັດບັນດາເຫດການເດີນຂະບວນ, ຈັດການບໍລິການ ເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ບັນດາກິດຈະກຳດັ່ງກ່າວ ໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນ, ວິສາຫະກິດ, ຜູ້ເຄື່ອນໄຫວໃນຂົງເຂດການທ່ອງທ່ຽວຍົກສູງສະຕິຄວາມຮັບຮູ້ໃນການປັບປຸງຄຸນນະພາບຜະລິດຕະພັນ. ໃນໄລຍະດຳເນີນເຫດການດັ່ງກ່າວ, ບັນດາໂຮງແຮມ 4 5 ດາວ ມີຜູ້ມາພັກເຊົາເປັນຈຳນວນຫຼາຍ, ບັນລຸອັດຕາຫ້ອງເຕັມເກືອບ 70% ຂຶ້ນໄປ”.


ຕອບກັບ